ໃນເມື່ອບໍ່ດົນີ້ ຄະນະນໍາເມືອງ ສອງຄອນ ໄດ້ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ຢູ່ທີ່ສຸສານນັກຮົບນິລະນາມ ແລະ ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອລະນຶກເຖິງຜົນງານການປະຕິວັດ ຂອງນັກຮົບຜູ້ທີ່ເສຍສະຫລະຊີວິດໃນສະໄຫມສົງຄາມ. ເນື້ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ 20 ມັງກອນ ຄົບຮອບ 69 ປີ ທີ່ໄດ້ໝູນວຽນບັນຈົບຄົບຮອບມາອີກວາລະໜຶ່ງ ຄື: ວັນທີ 20 ມັງກອນ 1949 ຫາ 20 ມັງກອນ 2018 . ໂດຍການນໍາພາຂອງທ່ານ ນັນ ສິດສານຸພາບ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆສອງຄອນ. ທັງນີ້ ກໍ່ເພື່ອເປັນການລະນຶກເຖິງຄຸນງາມຄວາມດີ ຂອງຜູ້ທີ່ເສຍສະຫຼະເລືອດເນື້ອໃຫ້ແກ່ປະເທດຊາດຂອງພວກເຮົາຢ່າງສຸດໃຈ.
ຈາກນັ້ນ ຄະນະນຳຂອງເມືອງ ຍັງໄດ້ລົງມອບຂອງຂວັນໃຫ້ອ້າຍນ້ອງທະຫານ ຢູ່ໃນເມືອງ 5 ຈຸດ ຄື: ກອງພັນທີ 4 ນາຄຳ, ກອງພັນທີ 5 ໂນນຂັນທອງ, ກອງຮ້ອຍເອກະລາດ ທະຫານຊາຍແດນ ສາມສອງຫົກ 326 ທ່າປະຊຸມ, ກອງຮ້ອຍເອກະລາດ ທະຫານຊາຍແດນ ສາມສອງເຈັດ 327 ທີ່ຫີນຄອກ ແລະ ກອງບັນຊາການທະຫານເມືອງ ທີ່ບ້ານມະໄລທອງ.
Editor: ນັກຂ່າວເມືອງສອງຄອນ