ໃນຕອນເຊົ້າຂອງ ວັນທີ 17 ມັງກອນ 2018 ເວລາ 09 ໂມງ 30 ນາທີ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຮັບລາຍງານຈາກພົນລະເມືອງດີ ວ່າ: ຈະມີການຂົນສົ່ງຄ້າ-ຂາຍຢາເສບຕິດ ຢູ່ເຂດບ້ານຜາເມືອງ ເມືອງບໍລິຄັນ , ດັ່ງນັ້ນ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງບໍລິຄັນ ຈື່ງນຳເອົາກຳລັງລົງຕັ້ງຈຸດກວດກາຢູ່ສົ້ນຂົວຫ້ວຍເຊືອງ ເປັນເຂດເຊື່ອມຕໍ່ລະຫວ່າງ ບ້ານໂພນທອງ ກັບ ບ້ານໂພນມຸງຄຸນ, ຮອດເວລາປະມານ 10 ໂມງ 05 ນາທີ ຈຶ່ງເຫັນລົດເປົ້າໝາຍມຸ້ງໜ້າລົງມາແຕ່ບ້ານຜາເມືອງ ເຈົ້າໜ້າທີ່ຈື່ງໄດ້ສະແດງຕົວລັດລົດເປົ້າໝາຍຄັນດັ່ງກ່າວ ແຕ່ເປົ້າໝາຍຕົກໃຈແລ້ວຈອດລົດຈັກ ພ້ອມຈົກຢາບ້າອອກຈາກຖົງໂສ້ງຖີ້ມລົງລົງແຄມທາງແລ້ວແລ່ນໜີ, ເຈົ້າໜ້າທີ່ແລ່ນນຳ ຈື່ງສາມາດຈັບຕົວໄດ້ ພ້ອມທັງຄວບຄຸມຕົວ ແລະ ຂອງກາງຢາບ້າ ຈຳນວນ 820 ເມັດ ມາດໍາເນີນການສືບສວນ-ສອບສວນ.
ຜ່ານການສຶບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ຖືກຫາ ຊື່: ນາງ ນູລີ , ອາຍູ 32 ປີ, ອາຊີບ ປະຊາຊົນ ບ້ານທົ່ງນາມີ ເມືອງປາກກະດີງ ແຂວງບໍລິຄຳໄຊ, ໄດ້ຮັບສາລະພາບວ່າ: ໃນຄັ້ງວັນທີ 15 ມັງກອນ 2018 ຜູ້ກ່ຽວໄດ້ຈ້າງລົດໂດຍສານຂື້ນມາແຕ່ບ້ານທົ່ງນາມີ ເມືອງປາກກະດີງ ມາຢາມແມ່ຢູ່ບ້ານໂນນສົມບູນ ເມືອງບໍລິຄັນ ແຂວງບໍລິຄຳໄຊ, ຜູ້ກ່ຽວໄດ້ນອນຄ້າງຄືນຢູ່ເຮືອນຂອງນາງ ເດຍມົ່ວ ( ທີ່ເປັນແມ່ຕົນເອງ ) 1 ຄືນ, ຕົກມາຮອດ ວັນທີ 16 ມັງກອນ 2018 ຕົນໄດ້ໂທລະສັບຫາ ທ້າວ ຈັນທອນ ກຳມະກອນຢູ່ເຄື່ອນໄຟຟ້ານ້ຳແຈ ແຂວງຊຽງຂວາງ ທັງສອງໄດ້ນັດພົບກັນຢູ່ບ້ານຜາເມືອງ, ຮອດເວລາ 09 ໂມງ , ນາງ ນູລີ ຈຶ່ງໄດ້ຈ້າງລົດໂດຍສານຈາກຄິວລົດເມືອງ ບໍລິຄັນ ຂື້ນໄປບ້ານຜາເມືອງ, ພໍໄປຮອດຄິວລົດບ້ານຜາເມືອງແລ້ວ ທ້າວ ຈັນທອນ ໄດ້ມາຮັບເອົາ ນາງ ນູລີ ແລ້ວພາກັນໄປເຊົ້າຫ້ອງພັກນອນ 1 ຄືນ ພ້ອມທັງຮ່ວມກັນເສບຢາບ້ານຳກັນ ຈຳນວນ 2 ເມັດ, ຕົກມາຮອດຕອນເຊົ້າ ຂອງວັນທີ 17 ມັງກອນ 2018 ທ້າວ ຈັນທອນ ໄດ້ມາສົ່ງນາງ ນູລີ ຢູ່ຄິວລົດໂດຍສານ ບ້ານ ຜາເມືອງ ເພື່ອຈະກັບລົງມາບ້ານໂນນສົມບູນ, ຮອດເວລາ 08 ໂມງ 30 ນາທີ ທ້າວ ກອງຢ່າງ ປະຊາຊົນ ບ້ານລ້ອງຊານ ແຂວງໄຊສົມບູນ ໄດ້ມາຫາ ນາງ ນູລີ ຢູ່ທີ່ເຮືອນຂອງນາງ ເດ່ຍມົ່ວ ແລ້ວ ທ້າວ ກອງຢ່າງ ໄດ້ລົມກັບ ນາງ ນູລີ ໃຫ້ໄປຊື້ຢາບ້າມາໃຫ້ຕົນ ໂດຍຈະໃຫ້ຄ່າຈ້າງ ເປັນຢາບ້າ ຈຳນວນ 20 ເມັດ, ສ່ວນລາຄາເເມ່ນໄດ້ລົມກັບຜູ້ຂາຍແລ້ວ ນາງ ນູລີ ຈຶ່ງໄດ້ຕອບຕົກລົງ ຫຼັງຈາກນັ້ນ ທ້າວ ກອງຢ່າງ ຈຶ່ງໄດ້ເອົາລົດຈັກ ເວບຈີນ ສີດຳແດງ ບໍ່ມີປ້າຍທະບຽນ ໃຫ້ຜູ້ກ່ຽວພ້ອມດ້ວຍເງີນຈຳນວນໜື່ງ, ເມື່ອ ນາງ ນູລີ ໄດ້ລົດຈັກກັບເງີນແລ້ວຈຶ່ງຂັບຂີ່ລົດມຸ່ງໜ້າຂື້ນໄປບ້ານຜາເມືອງ, ພໍໄປຮອດບ້ານຜາເມືອງ ຈື່ງໄດ້ໄປຊື້ຢາບ້າ ນໍາທ້າວ ກ ( ນາມສະມຸດ ) ປະຊາຊົນ , ບ້ານຜາເມືອງ ຊື້ໃນຈຳນວນ ເງີນທີ່ ທ້າວ ກອງຢ່າງ ໃຫ້ມາ ( ບໍ່ຮູ້ຈຳນວນເງີນຕົວຈິງ ) ໄດ້ຢາບ້າ ຈຳນວນ 4 ຖົງກັບ 20 ເມັດ, ລວມທັງໝົດ 820 ເມັດ, ເມືອຜູ້ກ່ຽວໄດ້ຢາບ້າແລ້ວ ຈຶ່ງໄດ້ຊຸກເຊື່ອງໄວ້ຖົງໂສ້ງ ແລ້ວຂັບລົດຈັກ ມຸ່ງໜ້າລົງມາບ້ານໂນນສົມບູນເມືອງບໍລິຄັນ ແຂວງບໍລິຄຳໄຊ ພໍມາຮອດສົ້ນຂົວຫ້ວຍເຊືອງ ບ້ານ ໂພນມຸງຄູນ ຈຶ່ງຖຶກເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການ ປກສ ເມືອງບໍລິຄັນ ກັກຕົວພ້ອມຂອງກາງຢາບ້າ ຈຳນວນ 820 ເມັດ, ໂທລະຊັບ 2 ເຄື່ອງ ແລະ ເງີນກີບທະນາຄານຈຳນວນ 183.000 ກີບ.
Editor: ນັກຂ່າວ ປກສ ແຂວງບໍລິຄຳໄຊ