ເພື່ອເປັນການຊູກຍູ້ສົ່ງເສີມການຜະລິດລະດູແລ້ງ ໃຫ້ທ່ວງທັນກັບລະດູການ ແລະ ຮັບປະກັນທາງດ້ານ ໝາກຜົນຂອງການຜະລິດໃຫ້ໄດ້ເຕັມເມັດເຕັມໜ່ວຍ. ເມື່ອບໍ່ດົນນີ້ ພະນັກງານວິຊາການຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຊົນນະບູລີ, ແຂວງ ສະຫວັນນະເຂດ ໄດ້ນໍາພາປະຊາຊົນບ້ານຊຽງຮົ່ມ ພ້ອມພຽງກັນອັດຕັນ ເຊຊໍາຊອຍ ເພື່ອກັກເກັບນໍ້າໄວ້ສະໜອງການຜະລິດລະດູແລ້ງ ພາຍໃນຂອບເຂດບ້ານຂອງຕົນ ເຊິ່ງມີແຮງງານເຂົ້າຮ່ວມທັງໝົດ 100 ກວ່າຄົນ.
ການກັກເກັບນ້ຳໃນຄັ້ງນີ້ ຜູ້ເຂົ້າຮ່ວມ ແມ່ນ: ໄດ້ຫ່າຍດິນໃສ່ກະເປົ໋າ ໃນຈໍານວນ 2,500 ເປົ໋າ, ແລ້ວນໍາມາລຽນກັນເປັນແຖວເປັນຄັນຄູ ແລະ ຊ້ວນດິນໃສ່ລໍ້ເຂັນຍູ້ຖອກໃສ່ຕາມຫວ່າງເພື່ອກັນນໍ້າໄຫຼຜ່ານ ເຊິ່ງມີຄວາມຍາວ 50 ແມັດ, ກວ້າງ 3 ແມັດ, ແລະ ສູງ 2 ແມັດ, ທັງນີ້ກໍ່ ເພື່ອກັກເກັບນໍ້າໄວ້ສະໜອງການຜະລິດລະດູແລ້ງໃນເນື້ອທີ່ 45 ເຮັກຕາ, ແລະ ຊົມໃຊ້ໃນຄົວເຮືອນຂອງປະຊາຊົນພາຍໃນບ້ານ ນອກຈາກນັ້ນການເກັບນໍ້າໃນເຂດດັ່ງກວ່ານີ້ ກໍ່ເພື່ອໃຊ້ເປັນແຫຼ່ງທ່ອງທ່ຽວໃນ ປີໃໝ່ລາວ ຫຼື ສົງການ ເພາະຈະໄດ້ຈັດຂຶ້ນທຸກໆປີ ເພື່ອເປັນການສົ່ງເສີມການທ່ອງທ່ຽວນຳອີກດ້ວຍ.
Editor: ນັກຂ່າວເມືອງຊົນນະບູລີ