ໃນທ້າຍອາທິດຜ່ານມານີ້ ຢູ່ທີ່ສະໂມສອນຂອງເມືອງອາດສະພັງທອງ ການນໍາຂັ້ນເມືອງ ອາດສະພັງທອງໄດ້ຈັດພິທີມອບຂອງຂວັນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນ ວັນທີ 20 ມັງກອນ ປີ 1949-ວັນທີ 20 ມັງກອນ 2017 ຄົບຮອບ 69 ປີ ທີ່ໝູນວຽນມາຮອດອີກວາລະໜຶ່ງ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ລໍາທອງ ຂອບສີນາວົງ, ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆ ອາດສະພັງທອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ບັນດາພະນັກງານ, ທະຫານ, ຕໍາຫຼວດ ພາຍໃນເມືອງ ເຂົ້າຮ່ວມ.
ເຄື່ອງທີ່ນໍາມາມອບໃນໂອກາດວັນສ້າງຕັ້ງວັນກອງທັບປະຊາຊົນລາວ ໃນຄັ້ງນີ້ມີ ຄື: ເຂົ້າສານ, ຫມອນ, ແພຕາໂລ້ ແລະ ເຄື່ອງບໍລິໂພກ ເປັນຕົ້ນກໍ່ແມ່ນໝາກເຜັດແຫ້ງ, ແປ້ງນົວ, ສະບູອາບນໍ້າ, ຢາສູບ ແລະ ອື່ນໆ ລວມເປັນເງີນທັງໝົດ 5.957.000 ກີບ ໃນນັ້ນ ເປັນເງິນສົດ 4.342.000 ກີບ, ຈຳນວນເງິນສ່ວນໜຶ່ງແມ່ນໄດ້ມາຈາກພໍ່ແມ່ປະຊາຊົນ ທີ່ລະດົມທຶນຮ້ອນກັນປະກອບສ່ວນ ໂດຍແມ່ນຫ້ອງການສະຫະພັນແມ່ຍິງເມືອງເປັນຜູ້ລະດົມທຶນ ໂດຍໄດ້ມອບໃຫ້ ກອງບັນຊາການທະຫານເມືອງ, ກອງພັນ ສິບສີ່ 14 ວິລະຊົນ, ສູນຝຶກທະຫານກອງພົນທີ 4 ແລະ ສະຫະພັນນັກຮົບເກົ່າອາດີດນັກຮົບເກົ່າຂັ້ນແຂວງ. ໂດຍໃຫ້ກຽດມອບຂອງຂວັນໃນຄັ້ງນີ້ໂດຍທ່ານ ລໍາທອງ ຂອບສີລາວົງ ເຈົ້າເມືອງໆ ອາດສະພັງທອງ. ພ້ອມດຽວກັນນັ້ນ; ກໍ່ຍັງໄດ້ມອບໃບຍ້ອງຍໍສັນລະເສີນໃຫ້ແກ່ບຸກຄົນ, ກົມກອງ, ບໍລິສັດ ຜູ້ທີ່ມີຜົນງານດີເດັ່ນໃນການປະກອບ ສ່ວນວັດຖຸປັດໃຈເຂົ້າໃນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີຄື: ມອບໃຫ້ບໍລິສັດນໍ້າຕານສະຫວັນ ຈໍາກັດ, ບໍລິສັດ ຊີມັງລາວສະຫວັນນະເຂດ ຈໍາກັດ, ບ້ານ ດົງກຶມ ແລະ ບ້ານ ນາຈານ ທັ່ງນີ້ກໍ່ເພື່ອເປັນການລະນຶກເຖິງວັນສໍາຄັນຂອງຊາດກໍ່ຄືວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ ທີ່ໝູນວຽນມາຮອດອີກວາລະໜຶ່ງ ເຮັດໃຫ້ບັນດາພະນັກງານໃນທົ່ວເມືອງ, ທະຫານຕໍາຫຼວດໄດ້ຮັບຮູ້ ແລະ ເຊື່ອມຊຶ່ມຕໍ່ວັນປະຫວັດສາດດັ່ງກ່າວໃຫ້ຫຼາຍຍິ່ງຂຶ້ນກວ່າເກົ່າ ທັງເປັນການກະຕຸ໋ກຊຸກຍູ້ນໍ້າໃຈອ້າຍນ້ອງນາຍ ແລະ ພົນທະຫານ ເປັນຮົ້ວປ້ອງກັນຊາດ ໄດ້ມີສະຕິຕື່ນຕົວຕໍ່ກັບວຽກງານປ້ອງກັນຊາດໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍດີ ແລະ ຄວາມໜັກແໜ້ນເຂັ້ມແຂງ.
Editor: ນັກຂ່າວເມືອງອາດສະພັງທອງ