ໃນວັນທີ່ 16 ມັງກອນ 2018 ສາມາຄົມນັກທຸລະກິດ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ນຳເອົາອຸປະກອນກິລາ ມູນຄ່າ 3.500.000 ກີບ ມາມອບໃຫ້ ຫ້ອງການ ປກສ ບໍລິການປະຊາຊົນ ກຸ່ມຜາເມືອງ, ເມືອງບໍລິຄັນ ແຂວງບໍລິຄຳໄຊ ເພື່ອເປັນການຊຸກຍູ້ສ້າງຂະບວນການກິລາ ຮັບຕ້ອນວັນທີ 20 ມັງກອນ ( ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ ທີ່ໄດ້ໝູນວຽນມາເຖີງອີກວາລະໜື່ງ ໃຫ້ມີບັນຍາກາດອັນຄຶກຄຶ້ນມ່ວນຊື່ນ ກ່າວມອບໂດຍ ທ່ານ ແກ້ວ ຫົວໜ້າສະມາຄົມນັກທຸລະກິດເມືອງບໍລິຄັນ, ກ່າວຮັບໂດຍທ່ານ ພັນຕີ ສັງທອງ ຈີນດາວົງ ຫົວໜ້າຫ້ອງການ ບໍລິການປະຊາຊົນ ກຸ່ມຜາເມືອງ ພ້ອມດ້ວຍຄະນະ ເຊີ່ງເຄື່ອງທີ່ນໍາມາມອບໃນຄັ້ງນີ້ມີ ນ້ໍາດຶ່ມ ຈຳນວນ 02 ແກັດ, ອຸປະກອນກິລາເປຕັ່ງ ຈຳນວນ 04 ຊຸດ ແລະ ເຄື່ອງກິລາຈຳນວນ 13 ຊຸດ ລວມມູນຄ່າ 3.500.000 ກີບ.
ທ່ານ ແກ້ວ ຫົວໜ້າ ສະມາຄົມ ນັກທຸລະກິດເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ກ່າວວ່າ ການນຳເອົາເຄື່ອງຈຳນວນດັ່ງກ່າວມາມອບໃຫ້ ກໍ່ຍ້ອນເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານຂະບວນການກິລາ ເພື່ອຊຸກຍູ້ເຂົ້າໃນການແຂ່ງຂັນກິລາ ເພື່ອຄຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ທີ່ຈະມູນວຽນມາ ຄົບຮອບ 69 ປີ, ຄື ( ວັນທີ່ 20 ມັງກອນ 1949 ຫາ ວັນທີ 20 ມັງກອນ 2018 ) ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມສາມັກຄີ ທັງເຮັດໃຫ້ກຳລັງວິຊາສະເພາະ ປກສ ເມືອງບໍລິຄັນ ເປັນກຳລັງທີ່ເຂັ້ມແຂງ, ມີຄວາມພ້ອມໃນການປະຕິບັດໜ້າທີ່ວຽກງານ ແລະ ຕອບສະໜອງໃຫ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໄໝ່.
ໃນໂອກາດດຽວກັນນັ້ນ ທ່ານ ພັນຕີ ສັງທອງ ຈີນດາວົງ ຫົວໜ້າຫ້ອງການ ປກສ ບໍລິການ ປະຊາຊົນກຸ່ມຜາເມືອງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ອວຍພອນໄຊມາຍັງ ສະມາຄົມນັກທຸລະກິດເມືອງບໍລິຄັນ ແຂວງ ບໍລິຄຳໄຊ ຈົ່ງມີສຸຂະພາບເຂັ້ມແຂງ ຕະຫຼອດຮອດຄອບຄົວ, ທຸລະກິດຈະເລີນກ້າວຂື້ນໄປເລື້ອຍໆ ຫວັງວ່າໂອກາດໜ້າຈະໄດຮັບການອຸປະຖໍາຕື່ມອີກ. ຫຼັງຈາກນັ້ນທັງສອງຝາຍກໍ່ໄດ້ມີການແຂ່ງຂັນກິລາເພື່ອສຸຂະພາບ.
Editor: ປກສ ແຂວງບໍລິຄຳໄຊ