ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ກອງມາລາ ພົມມາໄລ ຮອງປະທານ ສະມາຄົມເຟີນິເຈີລາວ ພ້ອມດ້ວຍຄະນະບໍລິຫານງານ ສຟລ ຜູ້ປະກອບການ ແລະ ປະຊາຊົນໄດ້ເຂົ້າຮ່ວມມອບໃບຍ້ອງຍໍ ແລະ ຂອງລາງວັນ ເພື່ອຄືນກໍາໄລໃຫ້ລູກຄ້າທີ່ເຂົ້າມາຊື້ສິນຄ້າ ລວມມູນຄ່າຫຼາຍກວ່າ 18 ລ້ານກີບ ພ້ອມດຽວກັນກໍ່ໄດ້ຈັດງານລ້ຽງສາມັກຄີລະຫວ່າງຜູ້ປະກອບການເຟີນີເຈີລາວດ້ວຍກັນ ເພື່ອຖອດຖອນບົດຮຽນ ແລະ ແລກປ່ຽນຄວາມຄິດເຫັນໃນການຜະລິດເຟີນີເຈີ້ລາວ ໃຫ້ມີຄວາມທັນສະໄໝ ແລະ ຫຼາກຫຼາຍຍິ່ງຂຶ້ນ.
ໂອກາດດັ່ງກ່າວ ທ່ານ ສົມຫວັງ ນິນທະວົງ ກໍ່ໄດ້ກ່າວຊົມເຊີຍຜົນສຳເລັດໃນການຈັດງານວາງສະແດງເຟີນິເຈີໄມ້ລາວ ຄັ້ງທີ 4 ໃນຄັ້ງນີ້ ທ່ານໄດ້ເນັ້ນວ່າ ງານດັ່ງກ່າວນີ້ເກີດຂຶ້ນຍ້ອນຄວາມສາມັກຄີຂອງຜູ້ປະກອບການດຟີນີເຈີລາວ ທີ່ຍາມໃດກໍ່ຢາກຜະລິດສິນຄ້າທີ່ມີຄຸນະພາບ, ຖືກກັບຍຸກສະໄໝອອກມາຮັບໃຊ້ສັງຄົມ. ງານວາງສະແດງກໍ່ເປັນການເອກອ້າງຜົນງານການຜະລິດສິນຄ້າລາວ ໂດຍສະເພາະ ສິນຄ້າເຟີນີເຈີ, ເຄື່ອງຫັດຖະກຳລາວ, ສິນຄ້າໂອດ໊ອບ ເຊິ່ງເປັນເວທີ ເພື່ອໃຫ້ຜູ້ຊົມໃຊ້ ໄດ້ມີໂອກາດເລືອກຊື້ສິນຄ້າທີ່ມີຄຸນນະພາບ, ພ້ອມດຽວກັນນັ້ນ ກໍ່ເປັນການ ກະຕຸ້ນຜູ້ປະກອບການໃຫ້ມີການຜະລິດສິນຄ້າທີ່ມີຄວາມທັນສະໄໝ, ສວຍງາມ, ນໍາໃຊ້ເຄື່ອງມືທັນສະໄໝເຂົ້າມາຊ່ວຍ ສ້າງຄຸນຄ້າສິນຄ້າລາວໃຫ້ເປັນທີ່ຍອມຮັບຂອງສັງຄົມພາຍໃນ ແລະ ຕະຫຼາດສາກົນຂຶ້ນເລື້ອຍໆ.
ທ່ານ ກອງມາລາ ພົມມາໄລ ກ່າວໃນພິທີວ່າ: ການຈັດງານດັ່ງກ່າວນີ້ ແມ່ນໜຶ່ງໃນຄວາມສາມັກຄີຂອງຜູ້ປະກອບການເຟີນີ້ຈີລາວ, ສະແດງອອກໃນການນໍາສິນຄ້າຂອງແຕ່ລະໂຮງງານມາວາງສະແດງ ທັງຍັງສ້າງສີສັນໃຫ້ສິນຄ້າໃນງານມີຄວາມໂດດເດັ່ນ, ຫຼາກຫຼາຍ, ສວຍງາມ. ໃນງານຄັ້ງນີ້ ຜູ້ປະກອບການ ເຟີນີເຈີລາວ ກໍ່ໄດ້ມີນໍ້າໃຈເພື່ອນໍາສິນຄ້າຂອງຕົນ ມາຈັດເປັນລາງວັນຕ່າງໆ ເພື່ອຄືນກໍາໄລໃຫ້ລູກຄ້າ ທີ່ເຂົ້າມາຊື້ສິນຄ້ານໍາ ພວກເຮົາ. ຢ່າງໃດກໍ່ຕາມ ສຳລັບ ສຟລ ໃນຕໍ່ໜ້າ ກໍ່ຈະເນັ້ນການພັດທະນາສິນຄ້າຂອງຕົນ ເພື່ອຕອບສະໜອງໃຫ້ສັງຄົມໄດ້ຊົມໃຊ້ຢ່າງທົ່ວເຖິງ ແລະ ຫຼາກຫຼາຍສີສັນຂຶ້ນກວ່າເກົ່າ. ໃນພິທີ ຍັງມີການມອບໃບຍ້ອງຍໍ ໃຫ້ຜູ້ປະກອບການທີ່ເຂົ້າຮ່ວມງານ, ໃຫ້ບັນດາເພື່ອຮ່ວມງານ ໃນການຈັດງານຄັ້ງນີ້ໃຫ້ປະສົບຜົນສຳເລັດ. ສຳລັບລາງວັນ ທີ່ມອບໃນງານມີທັງໝົດ 17 ລາງວັນ ລວມມູນຄ່າ 18,745,000 ກີບ.
Editor: ຕະວັນ ແສງສະຫວັນ