ເພື່ອປະຕິບັດຕາມນະໂຍບາຍຂອງພັກ-ລັດ ຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ຕາມດຳລັດ 272/ ລບ ໃນວັນທີ 16 ມັງກອນ 2018 ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບເງີນນະໂຍບາຍອຸດໜຸນຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ ສົກປີ 2017 ມີຢູ່ 3 ເປົ້າໝາຍ ພາຍໃນເມືອງວຽງທອງ ຄື: ນະໂຍບາຍສົມທົບປຸກສ້າງ ແລະ ສ້ອມແປງເຮືອນ ຈໍານວນ 2 ທ່ານ, ເປັນເງີນ 60 ລ້ານກີບ; ນະໂຍບາຍອຸດໜູນເສຍສະຫຼະຊີວິດ ຈຳນວນ 3 ທ່ານ ເປັນເງີນ 73 ລ້ານກວ່າກີບ, ເງີນນະໂຍບາຍອຸດໜູນບໍາເນັດ(ຜູ້ຍັງມີຊີວິດ) ຈໍານວນ 9 ທ່ານ ເປັນເງີນ 190 ລ້ານກວ່າກີບ ລວມເງີນທັງໝົດ 323 ລ້ານກວ່າກີບ
ພິທີດັ່ງກ່າວຈັດຂື້ນຢູ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການປົກຄອງເມືອງ ໂດຍການເປັນກຽດກ່າວມອບແມ່ນ ທ່ານ ອາລຸນສັກ ປະທໍາມະວົງ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງວຽງທອງ ແລະ ກ່າວຮັບ ແມ່ນບັນດາທ່ານ ແລະ ຕ່າງໜ້າຄອບຄົວ ທີ່ໄດ້ຮັບອຸດໜຸນຢູ່ແຕ່ລະບ້ານພາຍໃນເມືອງວຽງທອງ ແລະ ມີພາກສ່ວນຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ໂອກາດດັ່ງກ່າວຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ອາລຸນສັກ ປະທໍາມະວົງ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງວຽງທອງ ແຂວງບໍລິຄຳໄຊ ຕື່ມອີກ.
Editor: ນັກຂ່າວເມືອງວຽງທອງ