ອໍານາດການປົກຄອງທຸກຂັ້ນຂອງເມືອງທ່າແຕງ ໄດ້ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ແລະ ສ້າງບ້ານພັດທະນາຕາມທິດສາມສ້າງ ໂດຍສົ່ງຜົນເຮັດໃຫ້ເມືອງທ່າແຕງ ໄດ້ມີການພັດທະນາດີຂຶ້ນເປັນກ້າວໆ. ທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງທ່າແຕງ ກ່າວປາໃສຕໍ່ງານໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງເມືອງທ່າແຕງຄົບຮອບ 25 ປີ, ໃນຕົ້ນເດືອນ ມັງກອນ ຜ່ານມາວ່າ: ຕະຫຼອດ 25 ປີຜ່ານມາເມືອງທ່າແຕງໄດ້ປະເຊີນກັບສິ່ງທ້າທາຍທົດສອບຫຼາຍປະການໂດຍສະເພາະການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າແບບປະຖົມປະຖານກະແຈກກະຈາຍເປັນຕົ້ນໃນປີ 1993 ລວມມີ 58 ບ້ານ, ມີພົນລະເມືອງ 1 ມື່ນ 2 ພັນ 7 ຮ້ອຍກ່ວາຄົນ, ມີຄອບຄົວທຸກຍາກກວມ 70 ສ່ວນຮ້ອຍ ແລະ ບ້ານທຸກຍາກກວມ 90 ສ່ວນຮ້ອຍຂອງບ້ານທົ່ວເມືອງ.
ເຈົ້າເມືອງ-ເມືອງທ່າແຕງ ກ່າວຕື່ມວ່າ: ແນວທາງຂອງພັກໄດ້ເປັນເຂັມຊີ້ທິດອັນສະຫ່ວາງສະໄຫວຕໍ່ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວເປັນກ້າວໆໂດຍສະເພາະຄະນະພັກ. ອໍານາດການປົກຄອງເມືອງທ່າແຕງໄດ້ມີຄວາມພະຍາຍາມຈັດຕັ້ງຜັນຂະຫຍາຍແນວທາງຂອງພັກລົງສູ່ຮາກຖານເຊິ່ງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ມີການປ່ຽນແປງຢ່າງຕັ້ງໜ້າຈາກການສົ່ງເສີມການຜະລິດຕິດພັນກັບການຈັດສັນອາຊີບຄົງທີ່ເຊິ່ງເປັນເປົ້າໝາຍ ແລະ ທ່າແຮງເບື້ອງຕົ້ນຂອງການພັດທະນາ ແລະ ການເຕົ້າໂຮມບ້ານນ້ອຍໃຫ້ກາຍເປັນບ້ານໃຫ່ຍຈາກ 58 ບ້ານທົ່ວເມືອງ ໃນເບື້ອງຕົ້ນມາເປັນ 47 ບ້ານມີ 6 ເຂດຈຸດສຸມພັດທະນາໃນປັດຈຸບັນ ແລະ ໃນຂະນະດຽວກັນການພັດທະນາພື້ນຖານໂຄງລ່າງກໍໄດ້ມີການຂະຫຍາຍຕົວເປັນກ້າວໆເຊັ່ນ: ລະບົບເສັ້ນທາງ ແລະ ໄຟຟ້າກວມເອົາ 100 ສ່ວນຮ້ອຍ, ນອກຈາກນີ້ລະບົບນໍ້າປະປາຊຸມຊົນກວມເອົາ 70 ສ່ວນຮ້ອຍ,ໂດຍລວມພື້ນຖານເສດຖະກິດມີການຂະຫຍາຍຕົວ 10 ສ່ວນຮ້ອຍຕໍ່ປີ ລວມຍອດຜະລິດຕະພັນ ຫຼື (GDP) ໃນປີ 2017 ເທົ່າກັບ 696 ຕື້ກ່ວາກີບລາຍຮັບສະເລ່ຍໃສ່ຫົວຄົນໄດ້ 17 ລ້ານກ່ວາກີບ ຕໍ່ຄົນຕໍ່ປີ ໂດຍສະເພາະຂະແໜງກະສິກໍາກວມເອົາ 43 ສ່ວນຮ້ອຍ, ຂະແໜງອຸດສະຫະກໍາ-ການຄ້າກວມເອົາ 20 ກ່ວາສ່ວນຮ້ອຍ ແລະ ຂະແໜງບໍລິການ ກວມເອົາ 30 ກ່ວາສ່ວນຮ້ອຍຂອງ GDP. ບົນພື້ນຖານການພັດທະນາໃນແຕ່ລະໄລຍະນັ້ນເມືອງທ່າແຕງສາມາດໄດ້ຮັບ 11 ນາມມະຍົດຢ່າງສົມກຽດຄື: ນາມມະຍົດເມືອງສະຫະພັນແມ່ຍິງເຂັ້ມແຂງ 2 ດີ 4 ພັດທະນາ,ນາມມະຍົດເມືອງຈົບມັດທະຍົມຕົ້ນບຳລຸງສຳລັບປະຊາຊົນ,ນາມມະຍົດເມືອງສະຫະພັນກໍາມະບານ 2 ດີ 5 ເປັນເຈົ້າ, ນາມມະຍົດເມືອງຊາວໜຸ່ມເຂັ້ມແຂງໃນຂະບວນການ 2 ສາມັກຄີ 3 ດີ 4 ພັດທະນາ, ນາມມະຍົດເມືອງແບບຢ່າງດ້ານສາທາລະນະສຸກ,ນາມມະຍົດສ້າງບ້ານວັດທະນະທຳ ແລະ ບ້ານພັດທະນາ 46 ບ້ານ, ນາມມະຍົດສ້າງເຂດປ້ອມໝັ້ນສູ້ຮົບຕິດລຽນ, ນາມມະຍົດສ້າງຕັ້ງກອງຮ້ອຍກໍາລັງສຳຮອງ, ນາມມະຍົດປະກາດບ້ານປອດຄະດີ 11 ບ້ານ ແລະ ປະກາດບ້ານປ້ອງກັນຄວາມສະຫົງບດີ 38 ບ້ານ. ຈາກຂະບວນການດັ່ງກ່າວນັ້ນສາມາດເຮັດໃຫ້ບັນດາພະນັກງານຂັ້ນຕ່າງໆພາຍໃນເມືອງໄດ້ມີຜົນງານທີ່ໂດດເດັ່ນໂດຍສະເພາະໄດ້ຮັບຜົນງານປະດັບຫຼຽນໄຊ, ຫຼຽນກາແຮງງານ,ໃບຍ້ອງຍໍ ແລະ ໃບຊົມເຊີຍ ຈຳນວນ 2 ພັນ 978 ສະຫາຍ
ຖວທ ເມືອງທ່າແຕງ
Editor: ກຳປານາດ ລັດຖະເຮົ້າ