ໃນວັນທີ 24 ມັງກອນ ປີ2018 ຜ່ານມາ, ຢູ່ທີ່ອ່າງຫຼວງບ້ານນາມ່ວງ, ເມືອງວັງວຽງ ແຂວງວຽງຈັນ ໄດ້ຈັດພິທີປະກາດຜາມອມ, ຜາໂພເປັນເຂດປ່າສະຫງວນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສຸວຽງທອງ ວົງຈຳປາ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆວັງວຽງ,ມີ ທ່ານນາງ ຄໍາຮຸ່ງ ທີບພາວົງ ຄະນະປະຈຳພັກເມືອງປະທານກວດກາພັກ-ລັດເມືອງວັງວຽງ, ມີບັນດາຫົວໜ້າຫ້ອງການຮອງຫ້ອງການທີ່ກ່ຽວຂ້ອງ, ມີທ່ານນາຍບ້ານທັງ 11 ບ້ານເຂດກຸ່ມນາລ້ອງກວາງ, ມີປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ໃນພີທີ ທ່ານ ຄໍາ ອິນທະໄຊ ນາຍບ້ານໆນາມ່ວງ ໄດ້ຂຶ້ນຜ່ານບົດລາຍງານບ້ານນາມ່ວງເປັນບ້ານນຶ່ງທີ່ຂຶ້ນກັບກຸ່ມບ້ານນາລ່ອງກວາງມີເນື້ອງທີ່ທັງໝົດ 609 ເຮັກຕາ, ມີ 85 ຫຼັງຄາເຮືອນ, ມີ 99 ຄອບຄົວ, ມີພົນລະເມືອງທັງໝົດ 469 ຄົນ, ມີ 1 ຊົນເຜົ່າຢູ່ຮ່ວມກັນ(ລາວລຸ່ມ). ໃນໄລຍະຜ່ານມາອົງການຈັດຕັ້ງຂັ້ນບ້ານ, ຂັ້ນເມືອງໂດຍສະເພາະຫ້ອງການກະສີກຳ ແລະ ປ່າໄມ້ເມືອງ ກໍຄືຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມເມືອງ ກໍ່ໄດ້ເອົາໃຈໃສປະສານງານກັນຢ່າງກົງກຽວເພື່ອກຳນົດຈຸດຄຸ້ມຄອງປ່າສະຫງວນ, ປ່າປ້ອງກັນ, ປ່າຊົມໃຊ້.ກໍ່ເພື່ອຄວາມອຸດົມສົມບຸນຂອງລະບົບນີເວດທີ່ມີຄຸນຄ່າທາງທຳມະຊາດ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດ ໃຫ້ມີຄວາມຢືນຍົງແຕ່ການກຳນົດຈຸດຕ່າງໆທີ່ຜ່ານມາ ບໍ່ໄດ້ກຳນົດສະເພາະກຳນົດແບບລັກສະນະລວມໆຍັງບໍ່ໄດ້ກຳນົດຈຸດຂອບເຂດທີ່ຫວງຫ້າມເປັນປ່າສະຫງວນທີ່ຈະແຈ້ງມາຮອດປະຈຸດບັນ ເຫັນວ່າມີທ່າອ່ຽງສະພາບລວມຂອງການພັດທະນາເສດຖະກິດສັງຄົມໂດຍ ສອດຄ່ອງຕາມແຜນນະໂຍບາຍຂອງພັກ-ລັດ ໄດ້ມີການຂະຫຍາຍຕົວຢ່າງກ້ວງຂວາງໂດຍສະເພາະ ຄວາມຕ້ອງການໃນການພັດທະນາການຊົມໃຊ້ທີດີນ, ປ່າໄມ້ ແລະ ນ້ຳ ກໍ່ຍິ່ງນັບມື້ນັບກວ້າງຂວາງສະນັ້ນເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ການປົກປັກຮັກສາ ແລະ ຄຸ້ມຄອງປ່າໄມ້ໃຫ້ມີຄວາມຢືນຍົງຕາມທິດສີຂຽນ. ອີກຢ່າງກະເພື່ອເປັນການຮອງຮັບໃຫ້ການກະກຽມຄວາມພ້ອມເຂົ້າສູ້ປີທ່ອງທ່ຽວລາວ 2018 ເວົ້າລວມ, ເວົ້າສະເພາະເມືອງວັງວຽງ ກໍ່ຄືເຂດນາລ້ອງກວາງໃຫ້ມີຄວາມເອີບອືມເຕັ້ມໄປດ້ວຍບັນຍາກາດທີ່ດີ, ມີອາກາດສົດໃສ, ມີພູຜາທີສວຍງາມ ແລະ ມີແຫຼງທ້ອງທ່ຽວທີ່ຕິດພັນກັບທຳມະຊາດທີ່ແທ້ຈີ່ງ.
ດັ່ງນັ້ນ, ທາງຄະນະຮັບຜິດຊອບໄດ້ປະຕິບັດຕາມທິດຊີ້ນໍາຂອງເຈົ້າເມືອງໆວັງວຽງ ໄດ້ລົງສໍາຫຼວດກວດກາພື້ນທີ່ຕົວຈີ່ງໂດຍສົມທົບກັບອົງການຈັດຕັ້ງບ້ານ. ຂອງບ້ານນາມ່ວງຈີ່ງເຫັນໄດ້ວ່າ ເຂດຜາມອມ, ຜາໂພ ເຊີ່ງເປັນເຂດຍອດນ້ຳອອກຈາກຮູຜາແລ້ວໄຫຼມາໃສເຂດອ່າງຫຼວງ. ຖ້າເຂດດັ່ງກວ່າບໍ່ໄດ້ຮັບການອະນຸລັກຮັກສາ ຫຼື ກຳນົດເປັນເຂດປ່າສະຫງວນໄວ້ໃນອານາຄົດແນ່ນອນອາດ ຈະມີບັນຫາຄືກັນກັບຫ້ວຍນ້ຳອື່ນໆທາງເມືອງ ແລະ ການຈັດຕັ້ງບ້ານນາມ່ວງຈື່ງເຫັນໄດ້ຄວາມສຳຄັນໃນການຟື້ນຟູທຳມະຊາດ ແລະ ສີ່ງແວດລ້ອມໃຫ້ເປັນມີດກັບສັງຄົມຢ່າງກວ້າງຂວາງ ທາງເມືອງຈຶ່ງໄດ້ອອກຂໍ້ຕົກລົງສະບັບເລກທີ 549/ຈມ. ວວ ລົງວັນທີ 08/ 11/ 2017ວ່າດ້ວຍ ການກຳນົດເຂດ ຜາມອມ, ຜາໂພ ໃນເນື້ອທີ 59 ເຮັກຕາ ເປັນເຂດສະຫວງນຂອງບ້ານນາມ່ວງ ກຸ່ມນາລ້ອງກວາງ ເມືອງວັງວຽງ.
ໃນຕອນທ້າຍພີທີ ທ່ານ ສຸວຽງທອງ ວົງຈຳປາ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆ ວັງວຽງ ຍັງໃຫ້ກຽດໂອ້ລົມ ແລະ ເປີດແຖບຜ້າຮັບຮອງເອົາເຂດຜາມອມ, ຜາໂພ ເປັນເຂດສະຫວງນຂອງບ້ານນາມ່ວງ ກຸ່ມນາລ້ອງກວາງ ເມືອງວັງວຽງ
ຖວທ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ