ໃນວັນທີ 25 ມັງກອນ 2018 ລັດວິສາຫະກິດໄຟຟ້າລາວ ໄດ້ຈັດ ພິທີວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້າ ນ້ຳງື່ມ 4 ຂຶ້ນຢ່າງເປັນທາງການ ທີ່ ເມືອງພູກູດ ແຂວງຊຽງຂວາງ, ໂດຍການເປັນປະທານຂອງ ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ສາດສະດາຈານ ດຣ. ສົມກົດ ມັງໜໍ່ເມກ ເລຂາພັກແຂວງ ເຈົ້າແຂວງ ແຂວງຊຽງຂວາງ, ທ່ານ ຫວາງ ເຫວິນທຽນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ປະຈຳ ສປປ ລາວ ແລະ ທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍຄະນະ, ນອກນັ້ນຍັງມີອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໂຄງການເຂື່ອນໄຟຟ້ານ້ຳງື່ມ 4 ແມ່ນ 1 ໃນ 5 ໂຄງການພັດທະນາເຂື່ອນໄຟຟ້າ ຕາມສາຍນ້ຳງື່ມ, ມີກຳລັງຕິດຕັ້ງທັງຫມົດ 240 MW, ດ້ວຍມູນຄ່າການລົງທຶນ 706 ລ້ານໂດລາສະຫະລັດ ເຊິ່ງບໍລິສັດຜູ້ຮັບເຫມົາກໍ່ສ້າງໂຄງການດັ່ງກ່າວແມ່ນ ບໍລິສັດ (CHMC) ແລະ ຍັງເປັນໂຄງການຫນຶ່ງທີ່ສຳຄັນຂອງລັດຖະບານ ທີ່ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມອບໃຫ້ ລັດວິສາຫະກິດໄຟຟ້າລາວ ເປັນຜູ້ພັດທະນາ ເຊິ່ງການກໍ່ສ້າງຈະສຳເລັດໃນປີ 2022, ເຂື່ອນໄຟຟ້ານ້ຳງື່ມ 4 ແມ່ນເຂື່ອນປະເພດຄອນກຣີດອັດແໜ້ນ RCC ມີຄວາມສູງ 74 ແມັດ, ຍາວ 252 ແມັດ, ສາມາດຜະລິດພະລັງງານໄດ້ 872 GWh/ປີ, ມີລະບົບສາຍສົ່ງ 230 kV ວົງຈອນຄູ່ເຊື່ອມຕໍ່ສະຖານີ 500 kV ບ້ານນາເພຍ ເມືອງຜາໄຊ ແຂວງຊຽງຂວາງ ມີຄວາມຍາວ 35 km.
ຈຸດປະສົງຫລັກຂອງໂຄງການດັ່ງກ່າວກໍ່ເພື່ອແນໃສ່ສ້າງພື້ນຖານໂຄງລ່າງແກ້ໄຂຄວາມທຸກຈົນ ໃຫ້ປະຊາຊົນລາວບັນດາເຜົ່າ ເວົ້າລວມ, ເວົ້າສະເພາະກໍ່ແມ່ນປະຊາຊາຊົນຢູ່ ແຂວງຊຽງຂວາງ ໃຫ້ໄດ້ມີບາດກ້າວໃຫມ່, ນອກນັ້ນກໍ່ເພື່ອຂຸດຄົ້ນທຸກຄວາມສາມາດບົ່ມຊ້ອນ ເພື່ອເຮັດໃຫ້ ການພັດທະນາໃນຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຈັງຫວະທີ່ຕໍ່ເນື່ອງ ແລະ ຫມັ້ນທ່ຽງ.
Editor: ກຳປານາດ ລັດຖະເຮົ້າ