ກຸ່ມບ້ານ ຫົວຊຽງ ເມືອງຊໍາໃຕ້, ແຂວງຫົວພັນ ໄດ້ຈັດໃຫ້ມີກອງປະຊຸມໃຫຍ່ຄັ້ງທີ 3 ຂອງຄະນະພັກຮາກຖານກຸ່ມບ້ານຂື້ນຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພອນຈັນ ຂະທຸມພົມ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ແລະ ສະຫາຍ ຄໍາສາວ ລັດວິໄຊ ກຳມະການພັກເມືອງ ຜູ້ຊີ້ນຳກຸ່ມບ້ານຫົວຊຽງ, ມີຄະນະຮັບຜິດຊອບ ຕະຫຼອດຮອດຄະນະພັກ ແລະ ສະມາຊິກພັກທົ່ວກຸ່ມບ້ານເຂົ້າຮ່ວມ ທັງໝົດ 81 ສະຫາຍ, ຍິງ 11 ສະຫາຍ.
ໃນກອງປະຊຸມ ສະຫາຍ ແພງໄຊ ວິໄລທອງ ເລຂາພັກກຸ່ມບ້ານ ໄດ້ຂື້ນ ຜ່ານບົດລາຍການເມືອງທັງສອງພາກ, ກຸ່ມບ້ານ ຫົວຊຽງ ຕັ້ງຫ່າງຈາກເທດສະບານເມືອງ 75 ກິໂລແມັດ, ປະກອບມີ9 ບ້ານ, 5 ໜ່ວຍພັກທີ່ຂື້ນກັບ, ມີສະມາຊິກພັກທັງໝົດ 77 ສະຫາຍ, ຍິງ 11 ສະຫາຍ, ມີ 423 ຄອບຄົວ, ມີພົມລະເມືອງທັງໝົດ 2,906 ຄົນ, ຍິງ 1,309 ຄົນ, ສະເລ່ຍລາຍຮັບໃສ່ຫົວຄົນໄດ້ 3 ລ້ານກີບຕໍ່ຄົນຕໍ່ປີ, ຍັງມີຄອບຄົວທຸກຍາກ 48 ຄອບຄົວ. ໃນໄລຍະ 5 ປີຜ່ານຄະນະພັກກຸ່ມບ້ານໄດ້ເອົາໃຈໃສ່ຊີ້ນຳ-ນຳພາປະຊາຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ່ 2 ຂອງກຸ່ມບ້ານ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງອົງຄະນະພັກເມືອງຊຳໃຕ້ໄດ້ມີຜົນສຳເລັດຫຼາຍດ້ານເປັນຕົ້ນ: ເຊືອມຊືມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດໄດ້ 5 ຄັ້ງ ມີຜູ້ເຂົ້າຮ່ວມ 2 ພັນ 830 ຄົນ, ອອກກວດກາລາດຕາເວັນໄດ້ເປັນປົກກະຕິ, ຊຸກຍູ້ປະຊາຊົນຕື່ນຕົວນຳເອົາອາວຸລ່າເນື້ອມາມອບໄດ້ທັງໝົດ 50 ກະບອກ. ແກ້ໄຂຜູ້ລະເມີດຕໍ່ລະບຽບກົດໝາຍໄດ້ 21 ຄັ້ງ, ມີ 21 ລາຍ, ສ້າງບ້ານປອດຄະດີໄດ້ 2 ບ້ານ ມີ 144 ຄອບຄົວ, ບ້ານປອດຢາເສດຕິດໄດ້ 2 ບ້ານ ມີ 144 ຄອບຄົວ, ສ້າງບ້ານວັດທະນະທຳໄດ້ 1 ບ້ານ. ໄດ້ປຸກລະດົມປະຊາຊົນປຸກຝັງລ້ຽງສັດ, ໃນນີ້ທົ່ວກຸ່ມບ້ານມີ ເນື້ອທີ່ນາ 110 ເຮັກຕາ, ສະມັດຕະພາບເຂົ້ານາໄດ່ 4 ໂຕນຕໍ່ເຮັກຕາ, ເນື້ອທີ່ໄຮ່ 180 ເຮັກຕາ, ສະມັດຕະພາບໄດ້ 3 ໂຕນຕໍ່ເຮັກຕາ. ສາມາດມີເຂົ້າກຸ້ມກິນຕະຫຼອດປີ. ມີສັດລ້ຽງປະເພດງົວ 6 ພັນ 300 ໂຕ, ຄວາຍ 2ພັນ220 ໂຕ, ໝູ3ພັນກ່ວາໂຕ ແລະ ແບ້ 330 ໂຕ, ສັດປີກ 5 ພັນກ່ວາໂຕ, ນອກນີ້ທົ່ວກຸ່ມບ້ານຍັງມີລັດຂົນສົ່ງ 3ຄົນ, ລົດຮົນໄດ 4ຄັນ, ລົດໄຖນາເດີນຕາມ 315 ຄັນ, ລົດຈັກ 480ຄັນ, ມີຮ້ານຂາຍເຄື່ອງທັງໝົດ 25ຮ້ານ, ເດັ່ນກວ່າໝູ່ແມ່ນການຕໍ່າຫູກທໍໄໝຂອງເອື້ອຍນ້ອງແມ່ນຍິງແຕ່ລະປີສາມາດຕໍ່າຂາຍໄດ້1ພັນ680ຜືນຄ່າເລ່ຍເປັນເງີນ 840 ລ້ານກີບ ແລະ ວຽກງານອື່ນກໍ່ໄດ້ມີການປັບປຸງນັບມື້ດີຂື້ນ. ຫຼັງຈາກນັ້ນສະຫາຍ ສົງຄາມ ຂັນຕີລືໄຊ ບ້ານຫົວຊຽງຄອບຄົວຕົວແບບການຕໍ່າຫູກທໍໄໝ ແລະ ສະຫຍາຍ ກາຮົວ ທໍ່ ຄອບຄົວຕົວແບບລ້ຽງສັດໃຫຍ່ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນ. ໄປພ້ອມດຽວກັນນີ້ຜູ້ແທນສົມບູນຂອງກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະພັກກຸ່ມບ້ານຊຸດໃໝ່ຈຳນວນ 9 ສະຫາຍ, ເລືອກເອົາ 7 ສະຫາຍ
ກອງປະຊຸມຮອບປະຖົມມະລຶກໄດ້ເລືອກຕັ້ງເອົາ ສະຫາຍ ແພງໄຊ ວິໄລທອງ ເປັນເລຂາ, ສະຫາຍ ວັນພອນ, ເປັນຮອງເລຂາ, ແລະ 5 ສະຫາຍເປັນຄະນະ ເພື່ອບໍລິຫານວຽກງານຮອບດ້ານ ຂອງກຸ່ມບ້ານ ຫົວຊຽງໃຫ້ນັບມື້ມີການພັດທະນາດີຂື້ນ. ນອກນີ້ຂ່າວຍັງຮູ້ຕື່ມອີກວ່າໃນໂອກາດດຽວກັນນີ້ ສະຫາຍ ພອນຈັນຂະທຸມພົມ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງຍັງໄດ້ມອບເຄື່ອງນຸ່ງຮົ່ມເພື່ອບັນເທົາໜາວໃຫ້ຄອບຄົວທຸກຍາກໃຫ້ບ້ານ ແກ໋ງດິ່ງ ກຸ່ມບ້ານ ຫົວຊຽງ ຈຳນວນ 10 ຄອບຄົວ ແລະ ບ້ານ ແກ້ງໄນ ກຸ່ມບ້ານ ໜອງຄຳ ຈຳນວນ 23 ຄອບຄົວ, ມູນຄ່າ 2 ລ້ານກ່ວາກີບ ໂດຍແມ່ນ ອົງການ ເຊີບທູຢູ ສປ ຈີນ ເປັນຜູ້ສະໜັບສະໜູນ.
ທີມຂ່າວ ຖວທ ເມືອງຊໍາໄຕ້
Editor: ກຳປານາດ ລັດຖະເຮົ້າ