ກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາການຄ້າ ສົມທົບກັບ ສູນພັດທະນາ ແລະ ທົດສອບສີມືແຮງງານ ເວດສະພົງ ໄດ້ຈັດງານວາງສະແດງ ຜະລິດຕະພັນໄມ້ສໍາເລັດຮູບ ຂື້ນໃນວັນທີ 24 ມັງກອນ 2018 ໄປຈົນເຖິງ ວັນທີ 24 ມີນາ 2018 ເປັນເວລາ 2 ເດືອນ, ທີີ່ ສູນພັດທະນາ ແລະ ທົດສອບສີມືແຮງງານ ເວດສະພົງ, ບ້ານໜອງບຶກເໜືອ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມມີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຫົວຫນ້າກົມ - ຮອງກົມ, ພາກສ່ວນກ່ຽວຂ້ອງ ແລະ ບັນດານັກທຸລະກິດເຂົ້າຮ່ວມ.
ງານດັ່ງກ່າວແມ່ນເປັນການຮ່ວມມື ລະຫວ່າງ ເຄື່ອຂ່າຍອຸດສາຫະກໍາປຸງແຕ່ງໄມ້ ໂດຍສົມທົບກັບ ກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອຈັດຕັ້ງປະຕິບັດນະໂຍບາຍຂອງ ລັດຖະບານ ກ່ຽວກັບການສົ່ງເສີມການປຸງແຕ່ງໄມ້ສໍາເລັດຮູບ ການສ້າງມູນຄ່າເພີ່ມທັງເປັນການພັດທະນາສີມືແຮງງານ ໃນການພະລິດ - ປຸງແຕ່ງໄມ້ ໂດຍສະເພາະຕາມການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 15/ນຍ ກ່ຽວກັບພະລິດຕະພັນໄມ້ແນໃສ່ ການນໍາໃຊ້ທຸກຊະນິດໄມ້, ທຸກຊີ້ນສ່ວນຂອງໄມ້ ແລະ ເພື່ອເປັນການຫັນໄປສົ່ງເສີມ ການນໍາໃຊ້ໄມ້ປູກ - ຫຼຸດຜ່ອນການນໍາໃຊ້ໄມ້ທໍາມະຊາດເທື່ອລະກ້າວ.
ພາຍໃນງານ ໄດ້ມີການຕັດແຖບຜ້າເພື່ອເປີດງານ ພ້ອມກັບທ່ຽວຊົມງານ ໂດຍມີການການວາງສະແດງ ແລະ ຈໍາໜ່າຍພະລິດຕະພັນໄມ້ສໍາເລັດຮູບຫຼາຍຊະນິດ-ຫຼາຍຮູບແບບ ທີ່ ເຂົ້າຮ່ວມວາງສະແດງ ແລະ ຈໍາໜ່າຍພາຍໃນງານ, ສໍາລັບພະລິດຕະພັນທີ່ນໍາມາວາງສະແດງແມ່ນ ການແປຮູບໄມ່້ທີ່ເປັນເອກກະລັກຂອງແຕ່ລະແຂວງທີ່ ເຂົ້າຮ່ວມວາງສະແດງເຊັ່ນ: ນະຄອນຫຼວງ, ແຂວງ ເຊກອງ, ແຂວງອັດຕະປື, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ,ແຂວງຄໍາມ່ວນ, ແຂວງບໍລິຄໍາໄຊ, ແຂວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງຫົວພັນ, ພ້ອມນັ້ນຍັງເປັນການບົ່ງບອກເຖິງການສ້າງມູນຄ່າເພີ່ມໃຫ້ແກ່ໄມ້ເສຍເຫຼື່ອ ແລະ ການແປຮູບໄມ້ໃຫ້ມີຄວາມໂດດເດັ່ນ. ນອກນັ້ນຕະຫຼາດໄລຍະການວາງສະແດງຍັງມີກິດຈະກໍາຕ່າງໆເຊັ່ນ: ການສໍາມະນາ ໂດຍເຊີນເອົານັກວິທະຍາກອນຈາກພາກລັດ, ຊ່ຽວຊານຈາກພາກສ່ວນກ່ຽວຂ້ອງ, ທະນາຄານອົງການຈັດຕັ້ງສາກົນ ມາບັນຍາຍກ່ຽວກັບການບໍລິຫານຈັດການ ແລະ ການດໍາເນີນທຸກິດໄມ້ ເພື່ອຫັນເຂົ້າສູ່ລະບຽບກົດໝາຍ ແລະ ສາມາດຕໍ່ລອງກັບຕະຫຼາດສາກົນ, ງານດັ່ງກ່າວຍັງເປັນເວທີພົບປະເຈລະຈາ ແລກປ່ຽນບົດຮຽນລະຫວ່າງນັກທຸລະກິດພາຍໃນ ແລະ ຕ່າງປະເທດ ທີ່ໄດ້ເຊີນມາຮ່ວມເປັນຕົ້ນຈາກ ສປ ຈີນ, ສສ ຫວຽດນາມ, ໄທ ແລະ ຍີ່ປຸ່ນ. ພິເສດ ໃນງານຍັງມີການແຂ່ງຂັນສີມືແຮງງານ ການປຸງແຕ່ງໄມ້ລະດັບຊາດ ເພື່ອຄັດເລືອກເອົານັກແຂ່ງຂັນ ເຂົ້າຮ່ວມແແຂ່ງຂັນສີມືແຮງງານຄັ້ງທີ 12 ປີ 2018 ທີ່ຈະໄດ້ຈັດຂືິ້ນຢູ່ປະເທດໄທ.
Editor: ກຳປານາດ ລັດຖະເຮົ້າ