ກະຊວງໄປສະນີໂທລະຄົມມະນາຄົມ ແລະສື່ສານ ຮ່ວມກັບ ສະມາຄົມການຄ້າໄອຊີທີລາວ ແລະ ກົມສົ່ງເສີມການຄ້າ ໄດ້ຈັດພິທີເປີດງານວາງສະແດງເຕັກໂນໂລຊີ ສື່ສານຂໍ້ມູນຂ່າວສານ ຫຼື “Lao ICT EXPO 2018” ຂຶ້ນ ຢ່າງເປັນທາງການ, ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ໃນວັນ ທີ 24 ມັງກອນ 2018 ພາຍໃຕ້ຫົວຂໍ້ “ພ້ອມກັນກ້າວໄປສູ່ການຫັນເປັນສັງ ຄົມດິຈິຕອນ” ໃຫ້ກຽດເປີດງານໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ບັນດາກະຊວງ, ອົງ ການທຽບເທົ່າ, ສະຖາບັນການສຶກສາ ແລະບັນດາບໍລິສັດຕ່າງໆເຂົ້າຮ່ວມ. ທ່ານ ທັນສະໄໝ ກົມມະສິດ ກ່າວວ່າ: ການຈັດງານວາງສະແດງໃນຄັ້ງນີ້ ກໍ່ເພື່ອໃຫ້ທຸກພາກສ່ວນໃນສັງຄົມໄດ້ ສຳຜັດກັບຕົວຈິງຂອງການພັດທະນາ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານຢູ່ ສປປ ລາວ, ຊຶ່ງຫຼາຍສິ່ງທີ່ມາວາງສະ ແດງກໍ່ໄດ້ມີການບໍລິການ ແລະນຳໃຊ້ ຕົວຈິງຢູ່ໃນ ສປປ ລາວ ແລ້ວ. ນອກນັ້ນ, ກໍ່ຍັງມີການນຳເອົານະວັດຕະກຳໃໝ່.
ສະນັ້ນ, ງານວາງສະແດງຄັ້ງນີ້ ຈຶ່ງເປັນເວທີທີ່ສຳຄັນເພື່ອສ້າງກາລະໂອກາດໃຫ້ຜູ້ປະກອບການ, ຜູ້ຜະລິດ, ຜູ້ບໍລິການ, ຜູ້ຊົມໃຊ້ ແລະຜູ້ຄຸ້ມຄອງເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ໄດ້ພົບປະແລກປ່ຽນບົດຮຽນ ແລະການພັດທະນາຮ່ວມກັນ ໃນງານວາງສະແດງມີບັນດາບໍລິສັດ ໄອຊີທີ ແຖວໜ້າຈາກພາຍໃນ ແລະຕ່າງປະເທດເຂົ້າຮ່ວມວາງສະແດງ, ໄດ້ມີການສະແດງຫຼາກຫຼາຍຜະລິດຕະພັນ ເຕັກໂນໂລຊີ ສື່ສານຂໍ້ມູນຂ່າວສານບໍ່ວ່າຈະເປັນດ້ານໂທລະຄົມມະນາຄົມ, ຄອມພິວເຕີຮາດແວ ແລະຊອບແວ, ເຕັກໂນໂລຊີ ລະບົບຄວາມປອດໄພ, ໄອຊີທີ, ການບໍລິຫານ, ເອັສເອັມອີ ແລະສະຕາດອັບ, ການຄ້າ, ການເງິນ, ການຜະລິດ ແລະອື່ນໆ. ພ້ອມນັ້ນ, ກໍ່ມີກິດຈະກຳທີ່ໃຫ້ ທັງຄວາມຮູ້ ແລະຄວາມມ່ວນຊື່ນໃຫ້ແກ່ຜູ້ເຂົ້າຊົມງານມີການນຳສະເໜີຂອງນັກ ພັດທະນາລາວ ທີ່ໄດ້ຮັບລາງວັນການ (Lao ICT Award 2017 ແລະASEAN ICT Award 2017), ການສົ່ງເສີມການນໍາໃຊ້ ໄອຊີທີ ທີ່ມີປະໂຫຍດຂອງໄວໜຸ່ມງານດັ່ງກ່າວຈັດຂຶ້ນເປັນເວລາ 5 ວັນ.
Editor: ກຳປານາດ ລັດຖະເຮົ້າ