ຫ້ອງການສຶກສາທິການ-ກິລາເມືອງເຊໂປນ ໄດ້ຈັດພີທີປະກາດສົ່ງພະນັກງານເຂົ້າຮັບເບັ້ຍບໍານານ ຈໍານວນ 3 ທ່ານ, ຍີງ1 ທ່ານ ຂື້ນຢ່າງເປັນທາງການ, ຢູ່ສະໂມສອນຫ້ອງວ່າການເມືອງ ເຊໂປນ ໂດຍການເປັນປະທານຂອງ ທ່ານ ວົງໄຊ ໄຊຍະຈັກ ເຈົ້າເມືອງເຊໂປນ, ທ່ານ ດໍາ ຫຼວງສົມພົງ ຫົວໜ້າຄະນະຈັດຕັ້ງເມືອງ, ເຂົ້າຮ່ວມມີບັນດາທ່ານຫົວໜ້າ, ຄະນະຫ້ອງການ, ຫົວໜ້າໜ່ວຍງານຕ່າງໆ ພ້ອມພະນັກງານວີຊາການຄູອາຈານເຂົ້າຮ່ວມ.
ທ່ານ ຄໍາເພັດ ໄຊຍະເທບ ຫົວໜ້າຄະນະຫ້ອງການສຶກສາທິການ-ກິລາເມືອງເຊໂປນ ຂື້ນຜ່ານ ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການອະນຸມັດໃຫ້ພະນັກງານລັດຖະກອນທີ່ພົ້ນກະສຽນທີ່ຂື້ນກັບຫ້ອງການສຶກສາທິການ-ກິລາເມືອງ ຈໍານວນ 3 ທ່ານ,ຍີງ 1 ທ່ານ ໃນການຮັບເບັ້ຍບໍານານ, ນັບແຕ່ວັນທີ 1 ມັງກອນ 2018 ເປັນຕົ້ນໄປ,
ໃນພີທີກໍ່ໄດ້ມອບໃບຍ້ອງຍໍສັນລະເສີນຂອງລັດຖະມົນຕິກະຊວງສຶກສາທິການ-ກິລາ ໃຫ້ບັນດາ 3 ທ່ານທີ່ໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາການສຶກສາ, ພ້ອມມອບຂອງຂວັນໃຫ້ ຈໍານວນໜຶ່ງໂດຍແມ່ນທ່ານເຈົ້າເມືອງເປັນຜູ້ມອບ, ຕາງໜ້າພະນັກງານເຂົ້າບໍານານ ຈໍານວນ 3 ທ່ານ,ຍີງ 1 ທ່ານ ຂື້ນຮັບຊ້ອງໜ້າແຂກເຂົ້າຮ່ວມທັງໝົດເປັນສັກຂີພິຍານນໍາດ້ວຍ.
ສຸດທ້າຍທ່ານເຈົ້າເມືອງເຊໂປນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານທີ່ໄດ້ປະຕິບັດໜ້າທີ່ຈົນສໍາເລັດຜົນ ແລະ ຂັ້ນເທີງກໍ່ໄດ້ອະນຸຍາດໃຫ້ພັກຜ່ອນຮັບເບັ້ຍບໍານານ
ທີມຂ່າວ ເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ