ເມື່ອບໍ່ດົນມານີ້ ຢູ່ທີ່ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ ຫົວຫນ້າຊີນໍາໂຄງການ ພ້ອມດ້ວຍຄະນະ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກໍາ ແລະ ປ່າໄມ້ ບັນດາພາກສ່ວນທີ່ກ່ຽວຂ້ອງ ໃນໂຄງການ ໄດ້ລົງເຄື່ອນໄຫວ ຢ້ຽມຢາມ ເບີ່ງຄວາມຄຶບຫນ້າໃນການຈັດຕັ້ງປະຕິບັດໂຄງການ ໂດຍສະເພາະການກໍ່ສ້າງເສັ້ນທາງ, ການປູຢາງອາສຟານ ໃນສະຖານທີ່ກໍ່ສ້າງຄູປ້ອງກັນນໍ້າຖ້ວມ ໃນເຂດບ້ານທ່ານາແລງ-ທ່າມ່ວງ, ບ້ານຄວາຍແດງ-ສິມມະໂນເຫນືອ ແລະ ສິມມະໂນໄຕ້. ເມືອງຫາດຊາຍໂອງ ນະຄອນຫລວງວຽງຈັນ.
ການລົງຢ້ຽມຢາມ ຄວາມຄຶບຫນ້າຂອງໂຄງການ ຄັ້ງນີ້ ນໍາໂດຍ ທ່ານ ປະລິນຍາເອກ ອານຸພາບ ຕານາລົມ ປະທານສະພາປະຊາຊົນນະຄອນຫລວງວຽງຈັນ ທັງເປັນປະທານຊີ້ນໍາ ຄະນະໂຄງການຄຸ້ມຄອງ ແລະ ຫລຸດຜ່ອນຄວາມສ່ຽງຈາກໄພນໍ້າຖ້ວມ ແລະ ແຫ້ງແລ້ງ. ພ້ອມນັ້ນ ຍັງມີ ທ່ານ ອຸ່ນຫລ້າ ແສງເມືອງ ຫົວຫນ້າກົມໂຍທາທິການທາງນໍ້າ, ກະຊວງໂຍທາທິການ ແລະ ຂົນສົ່ງ ນອກຈາກນີ້ຍັງມີ ຮອງກົມ-ຄະນະກົມ, ຫົວຫນ້າປະສານງານໂຄງການ, ມີຫົວຫນ້າໂຄງການກໍ່ສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮ່ວມລົງເຄື່ອນໄຫວ ໃນຄັ້ງນີ້. ການລົງຕິດຕາມເບີ່ງຄວາມຄຶບຫນ້າຂອງໂຄງການ ຄັ້ງນີ້ ແມ່ນໄດ້ຮັບຟັງການລາຍງານ ຂອງການຈັດຕັ້ງວຽກງານ ໃນແຕ່ລະຫນ້າວຽກ ຕາມລໍາດັບ ໂດຍສະເພາະ ຈາກບໍລິສັດ ຜູ້ຮັບເຫມົາການກໍ່ສ້າງ ກ່ຽວກັບການຖົມຊັ້ນ Top sup grade ຢູ່ເຂດກິໂລແມັດ ທີ 5-6 (ບ້ານທ່ານາແລງ ຫາ ບ້ານທ່າມ່ວງ), ໂດຍ ບໍລິສັດ ພົງຊັບທະວີ ແລະ ພ້ອມກັນນັ້ນຍັງໄປເບີ່ງການປະຕິບັດຫນ້າວຽກ ຂອງ ບໍລິສັດ ສຸກປະເສີດ ໃນການຖົມຊັ້ນ Base course ກິໂລແມັດ ທີ 18 ຫາ 19 (ເຂດບ້ານຄວາຍແດງ ຫາ ບ້ານສິມະໂນເຫນືອ), ການສິດຢາງກັນຊືມ ເຂດກິໂລແມັດ ທີ 19-20 (ບ້ານສິມມະໂນເຫນືອ) ແລະ ການປູຢາງ ອາສຟານ ລະຫວ່າງ ກິໂລແມັດ ທີ 20-23 (ເຂດບ້ານສິມມະໂນໄຕ້.)
ກ່ຽວກັບໂຄງການ ດັ່ງກ່າວ ແມ່ນຂື້ນກັບ ກົມໂຍທາທິການທາງນໍ້າ ກະຊວງໂຍທາທິການ ແລະ ຂົນສົ່ງ ມີພາລະບົດບາດໃນການກໍ່ສ້າງຄູປ້ອງກັນນໍ້າຖ້ວມ ແລະ ສ້າງເສັ້ນທາງຄົມມະນາຄົມ ມີຄວາມຍາວ 32 ກວ່າກິໂລແມັດ ເພື່ອປ້ອງກັນນໍ້າຖ້ວມ ໃນພື້ນທີ່ການຜະລິດ-ຊຸມຊົນ-ເຂດເສດຖະກິດ ແລະ ຕົວເມືອງວຽງຈັນ ດ້ານທິດໄຕ້ ເຂດເມືອງຫາດຊາຍໂອງ ໃຫ້ໄດ້ 2 ຫມື່ນເຮັກຕາ ການກໍ່ສ້າງແມ່ນໄດ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະ ທີ 1 ຈາກສະຖານີດາວທີມ ລາວເຊສ ຫາ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ເຊີ່ງມີຄວາມຍາວ 4 ກິໂລແມັດກວ່າ, ແມ່ນຈະສ້າງເປັນຄູດິນ, ສັນຄູກວ້າງ 4 ແມັດ, ສ່ວນວ່າ ໄລຍະ ທີ 2 ແມ່ນຈາກຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໄປຫາ ປາກຫ້ວຍນໍ້າຫມາກຮຽວ ເຊີ່ງມີຄວາມຍາວຢູ່ 26 ກວ່າກິໂລແມັດ, ສັນຄູແມ່ນເປັນສັ້ນທາງຄົມມະນາຄົມ ຢູດ້ວຍຢາງອາສຟານ ກວ້າງ 10 ແມັດ ( ເສັ້ນທາງລຽບຕາມແມ່ນໍ້າຂອງ ) ສັນຄູກວ້າງ 4 ແມັດ. ພ້ອມກັນນັ້ນ ກໍ່ຍັງໄດ້ມີການຟື້ນຟູປະຕູຄວບຄຸມນໍ້າ ທີ່ຕິດພັນກັບລະບົບ 7 ແຫ່ງ ຄື: ປະຕູນໍ້າຫ້ວຍຄ່າ, ປະຕູນໍ້າຫວ້ຍຂາມຫວານ, ປະຕູນໍ້າຫ້ວຍແປນ, ປະຕູນໍ້າຫ້ວຍວັງຫວາດ, ປະຕູນໍ້າຫ້ວຍປຸນ, ປະຕູນໍ້າຫ້ວຍຊ້າງນ້ອຍ ແລະ ປະຕູນໍ້າຫ້ວຍຫມາກຮຽວ.
ໂຄງການດັ່ງກ່າວ ແມ່ນໄດ້ເລີ່ມລົງມື້ກໍ່ສ້າງ ມາແຕ່ເດືອນ ເມສາ 2016 ແລະ ຕາມສັນຍາ ໃຫ້ສໍາເລັດໃນທ້າຍປີ 2018
Editor: ກຳປານາດ ລັດຖະເຮົ້າ