ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າໄຜ່ ແມ່ນໄດ້ເລີ່ມການກໍ່ສ້າງມາແຕ່ເດືອນ ກຸມພາ 2014 ໂດຍໄດ້ຮັບການເຫັນດີຂອງລັດຖະບານ ສປປ ລາວ ແລະ ມອບໃຫ້ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ Norinco International Coopertion Co.Ltd ເປັນຜູ້ຈັດຕັ້ງປະຕິບັດ ໃນອັດຕາຖືຮຸ້ນ 15% ແລະ 85% ຕາມລໍາດັບ, ເຂື່ອນໄຟຟ້ານໍ້າໄຜ່ ມີກໍາລັງຕິດຕັ້ງທັງໝົດ 86 ເມກາວັດ 419 ລ້ານກິໂລວັດໂມງຕໍ່ປີ, ໂດຍໃຊ້ງົບປະມານການກໍ່ສ້າງ 218 ລ້ານໂດລາສະຫະລັດ, ຮອດວັນທີ 8 ພຶດສະພາ 2017 ໄດ້ສໍາເລັດການທົດລອງແລ່ນຈັກ 72 ຊົ່ວໂມງ ຂອງຈັກທັງ 2 ໜ່ວຍ ຢ່າງສົມບູນ, ຈົນຮອດ ເດືອນພະຈິກ 2017 ລັດວິສາຫະກິດໄຟຟ້າລາວ ໄດ້ອະນຸມັດໃຫ້ແລ່ນຈັກຜະລິດກະແສໄຟຟ້າ ຈົນເຖີງ 31 ທັນວາ 2017 ເຫັນວ່າໄດ້ຮັບຜົນຕາມແຜນການ ແລະ ພະລັງງານໄຟຟ້າທີ່ຜະລິດໄດ້ທັງໝົດແມ່ນສົ່ງເຂົ້າລະບົບສາຍສົ່ງໄຟຟ້າຂອງ ລັດວິສາຫະກິດໄຟຟ້າລາວ ເພື່ອຈໍາໜ່າຍພາຍໃນປະເທດ, ດັ່ງນັ້ນມາໃນວັນທີ 22 ມັງກອນ 2018 ຜ່ານມານີ້, ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ທອງລອຍ ສີລິວົງ ເລຂາພັກແຂວງເຈົ້າແຂວງໆໄຊສົມບູນ, ມີຫົວໜ້າກົມ ຮອງກົມ ເຈົ້າເມືອງ, ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ບໍລິສັດຜູ້ຮັບເໝົາກໍ່ສ້າງ ຕະຫຼອດຮອດອໍານາດການປົກຄອງທອງຖີ່ນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມພິທີເປີດຢ່າງເປັນທາງການ. ເຂື່ອນໄຟຟ້ານໍ້າໄຜ່ນອກຈາກຜະລິດພະລັງງານເປັນຫຼັກແລ້ວ, ເຂື່ອນໄຟຟ້ານໍ້າໄຜ່ ຍັງຕ້ອງເຫັນໄດ້ຄວາມສໍາຄັນວຽກງານສີ່ງແວດລ້ອມ-ສັງຄົມ ຕາມແຜນຂອງ ພັກ-ລັດຖະບານ ຄື: ການພັດທະນາໂຄງການຕ້ອງຄຽງຄູ່ກັບການພັດທະນາສີ່ງແວດລ້ອມ-ສັງຄົມ ໂດຍສະເພາະປະຊາຊົນທີ່ຢູ່ໄກ້ຄຽງຕ້ອງມີຊິວິດທີ່ດີຂື້ນ ດັ່ງນັ້ນ ໂຄງການເຂື່ອນໄຟຟ້ານໍ້າໄຜ່ຈີ່ງແມ່ນໂຄງການ 1 ທີ່ໃຫ້ຄວາມສໍາຄັນ ໄດ້ຍົກຍ້າຍບ້ານປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ແລະ ຈັດສັນວຽກເຮັດງານທໍາ ໄດ້ຈັດສັນສ້າງໝູ່ບ້ານໃໝ່ 1 ແຫ່ງ ມີ 131 ຫຼັງຄາເຮືອນ ໄດ້ສະໜອງສີ່ງອໍານວຍຄວາມສະດວກເຊັ່ນ: ສ້າງທາງເຂົ້າບ້ານ , ສະໜອງກະແສໄຟຟ້າໃຫ້ບ້ານ, ສ້າງສຸກສາລາ, ໂຮງຮຽນ, ຕະຫຼາດບ້ານ, ຫ້ອງການບ້ານ ແລະ ສະຖານີລົດພາຍໃນບ້ານ ແລະ ອື່ນໆ.
Editor: ກຳປານາດ ລັດຖະເຮົ້າ