ກາງເດືອນມັງກອນ 2018 ຜ່ານມານີ້, ອຳນາດການປົກຄອງ ພ້ອມດ້ວຍພໍ່ແມ່ປະຊາຊົນ ບ້ານສຸລະ ທີ່ຂື້ນກັບ ກຸ່ມ 3 ເມືອງຊະນະສົມບູນ ແຂວງຈຳປາສັກ, ຮ່ວມກັບພະນັກງານ, ການນໍາຫຼັກແຫຼ່ງ, ວິຊາການທີ່ກ່ຽວຂ້ອງຂອງເມືອງ ເຄື່ອນໄຫວສ້າງຜົນງານ, ຂະບວນການອອກແຮງງານອະນາໄມ້ລວມຂື້ນຢ່າງຍິ່ງໃຫ່ຍ.
ຈຸດປະສົງ ກໍ່ເພື່ອປູພື້ນຖານກະກຽມຕຽມຄວາມພ້ອມທາງດ້ານມາດຖານ ແລະ ເງື່ອນໄຂໃຫ້ແກ່ການຮັບຮອງປະກາດນາມມະຍຸດບ້ານມີຄວາມເຂັ້ມແຂັງ, ໜັກແໜ້ນທາງດ້ານການເມືອງ, ເສດຖະກິດ - ສັງຄົມ ໄດ້ຮັບການພັດທະນາ ໄປຕາມທິດກໍ່ຄືຈັດຕັ້ງປະຕິບັດຜັນຂະຫຍາຍມະຕິ 03 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮູ້ນຳພາຮອບດ້ານ ແລະ ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ, ເວົ້າລວມເວົ້າສະເພາະກໍ່ຄືສ້າງບ້ານສຸລະ ເມືອງຊະນະສົມບູນ ແຂວງຈຳປາສັກ ໃຫ້ກາຍເປັນບ້ານພັດທະນາ ຄາດວ່າຈະໄດ້ເປີດຢ່າງເປັນທາງການໃນບໍ່ຊ້ານີ້.
ໃຫ້ກຽດນໍາພາຂະບວນການອອກແຮງງານ ພ້ອມທັງລົງປະຕິບັດຕົວຈິ່ງໃນຄັ້ງນີ້ມີ ທ່ານ ເກດມະນີ ຫຼ້າທະວີໄຊ ກຳມະການພັກເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງຊະນະສົມບູນ, ພ້ອມດ້ວຍ ທ່ານ ສອນໄຊ ກໍລະກັນ ກຳມະການພັກເມືອງຫົວໜ້າຄະນະໂຄສະນາອົບຮົມເມືອງຊະນະສົມບູນ, ມີພະນັກງານ, ຫຼັກແຫຼ່ງວິຊາການມາຈາກຫ້ອງການສາທາລະນະສຸກເມືອງ, ຫ້ອງການຍຸຕິທຳເມືອງ, ຫ້ອງການສະຫະພັນແມ່ຍິງເມືອງ, ຫ້ອງການແນວລາວສ້າງຊາດເມືອງ ແລະ ຫ້ອງການຖະແຫຼ່ງ ຂ່າວວັດທະນະທຳ ແລະ ທ່ອງທ່ຽວເມືອງ ຢ່າງເປັນຂະບວນການຟົດຟື້ນ.
ໃນຕອນບ່າຍຂອງວັນດຽວກັນນີ້,ຄະນະສະຫະພັນແມ່ຍິງບ້ານສຸລະ ຍັງໄດ້ເປີດກອງປະຊຸມໃຫ່ຍຄັ້ງທີ 2 ຂອງຕົນຂື້ນ,ຢູ່ທີ່ຫ້ອງການປົກຄອງບ້ານດັ່ງກ່າວ.ເຊີ່ງໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານນາງ ເຂັມພອນ ແກ້ວມະນີວອນ ຮອງປະທານສະຫະພັນແມ່ຍິງເມືອງ ແລະ ອຳນາດການປົກຄອງບ້ານ, ຄະນະສະຫະພັນແມ່ຍິງບ້ານ, ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງບ້ານສຸລະ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້:ຜູ້ເຂົ້າຮ່ວມແມ່ນໄດ້ສັງເກດຕີລາຄາການນຳພາຂອງຄະນະໜ່ວຍສະຫະພັນແມ່ຍິງບ້ານສຸລະໃນໄລຍະ 3 ປີຜ່ານມາ ແລະ ກຳນົດທິດທາງແຜນການ 5 ປີຕໍ່ໜ້າ, ພ້ອມນີ້ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະສະຫະພັນແມ່ຍິງບ້ານຊຸດໃໝ່ ເຊີ່ງມີຜູ້ຮັບສະມັກເລືອກຕັ້ງທັງໝົດ 5 ສະຫາຍ, ເລືອກເອົາ 3 ສະຫາຍ ຜ່ານການລົງຄະແນນປ່ອນບັດເລືອກຕັ້ງໃນຄັ້ງນີ້ເອກະພາບເລືອກເອົາ ທ່ານນາງ ບຸນມາ ຈັນທະລັງສີ ເປັນປະທານສະຫະພັນແມ່ຍິງບ້ານ, ພ້ອມດ້ວຍ ທ່ານນາງ ສຸນັນທາ ຄະນະລົງ ເປັນຮອງ ສ່ວນທ່ານນາງ ໄພບູນ ເປັນຄະນະ
ຖວທ ເມືອງຊະນະສົມບູນ
Editor: ກຳປານາດ ລັດຖະເຮົ້າ