ທ່ານ ປອ ບຸນຖອງ ດີວິໄຊ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈຳປາສັກ. ພ້ອມດ້ວຍຄະນະພັກ ຈາກພະແນກການອ້ອມຂ້າງແຂວງ ຮ່ວມກັບ ອຳນາດການປົກຄອງເມືອງຊະນະສົມບູນ. ມີ ທ່ານ ສົມບູນ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງຊະນະສົມບູນ ມີຄະນະພັກ, ຄະນະບັນຊາ, ຫົວໜ້າ ແລະ ຮອງຫ້ອງການພາຍໃນເມືອງ ພ້ອມກັນເຂົ້າຮ່ວມວ່າງພວງມະລາ ແລະ ໄຕ້ທູບທຽນ ເພື່ອສະແດງຄວາມເຄົາລົບຮັກຕໍ່ ທ່ານ ບຸນຮຽງ ສີປະເສີດ ອາດີດກຳມະການພັກແຂວງ ອາດີເລຂາຄະນະບໍລິຫານງານພັກເມືອງ ອາດີດເຈົ້າເມືອງໆຊະນະສົມບູນ. ທີ່ໄດ້ເຖີງແກ່ມໍລະນະກໍາ.ໃນມື້ວັນທີ 20 ມັງກອນ 2018 ດ້ວຍໂລກຊະລາຂອງຜູ້ກຽວເອງ ລວມອາຍຸໄດ້ 87 ປີ. ໄດ້ມີຂື້ນຢ່າງສົມກຽດໃນວັນທີ 21 ມັງກອນ 2018 ນີ້.ທີ່ເຮືອນເພີ່ນເອງ ບ້ານໜອງດູ່ ( ຄຸ້ມຫົວແຊ )
ພິທີບໍາເພັນບຸນກຸສົນດັ່ງກ່າວແມ່ນຈະໄດ້ຈັດໄວ້ຢູ່ທີ່ເຮືອນຂອງຜູ້ກ່ຽວເອງ ກໍ່ຄືຢູ່ບ້ານໃຫ່ຍພັດທະນາໜອງດູ່ ( ຄຸ້ມຫົວແຊ ) ເມືອງຊະນະສົມບູນ ແຂວງຈຳປາສັກ ສ່ວນວັນຊາປານະກິດສົບຈະໄດ້ກຳນົດເອົາວັນທີ 25 ມັງກອນ 2018 ເວລາ 1:30 ນາທີ. ທີ່ປ່າຊາຄຸ້ມຫົວແຊ່ ດັ່ງນັ້ນຈຶ່ງໄດ້ ຂໍ່ຮຽນມາຍັງພະນັກງານ, ການນໍາ,ຫຼັກແຫຼ່ງ ວິຊາການທັງພາຍໃນແຂວງ ແລະ ເມືອງ ຕະຫຼອດຮອດພໍ່ແມ່ພີ່ນ້ອງຈົ່ງໄດ້ຮັບຮູ້ ແລະ ຮັບຊາບ ເພື່ອຮ່ວມກັນໄຫວ້ອາໄລ ສະແດງຄວາມເຄົາລົບຮັກ ຈາລຶກເຖີງບຸນຄຸນ - ຄຸນງາມຄວາມດີຂອງ ທ່ານ ບຸນຮຽງ ສີປະເສີດ ອາດີດກຳມະການພັກແຂວງ ອາດີດເລຂາຄະນະບໍລິຫານງານພັກເມືອງ ອາດີດເຈົ້າເມືອງໆຊະນະສົມບູນ ດ້ວຍຜົນງານອັນພົ້ນເດັນຂອງເພີນທີ່ໄດ້ປະກອບສ່ວນເຂົ້າໃນວຽກງານການປະຕິວັດ ກໍ່ຄືປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃນໄລຍະຫຼາຍປີຜ່ານມາ ຈົນເຮັດໃຫ້ແຂວງຈຳປາສັກ ເວົ້າລວມ, ເວົ້າສະເພາະ ກໍ່ຄືເມືອງຊະນະສົມບູນ ໄດ້ຮັບການພັດທະນາດີຂື້ນເປັນແຕ່ລະໄລຍະຕະຫຼອດມາ
ນອກຈາກນັ້ນຍັງໄດ້ກຳນົດເອົາວັນທີ 28 ມັງກອນ 2018 ກົງກັບເດື່ອນ 3 ອອກໃໝ່ 12 ຄ່ຳເປັນມື້ຕັ້ງກອງບຸນ, ຕົກແຕ່ງເຄື່ອງໄຊຍະທານຕ່າງໆ ແລະ ວັນທີ 29 ມັງກອນ 2018 ກົງກັບເດືອນ 3 ອອກໃໝ່ 13 ຄໍ່າ ເປັນມື້ຕັກບາດຖວາຍເຄື່ອງໄຊຍະທານແກ້ພຣະສົງ,ສຳມະເນນ ແລ້ວເສັດສີ້ນພິທີໃນວັນນັ້ນ
ຂ່າວຈາກ ຖວທ ເມືອງຊະນະສົມບູນ
Editor: ກຳປານາດ ລັດຖະເຮົ້າ