ໃນຕອນເຊົ້າ ວັນທີ 23 ມັງກອນ 2018 ນີ້ ທີ່ດ້ານຫນ້າພະທາດຫລວງວຽງຈັນ ຄະນະບໍລິຫານງານ ສະມາຄົມກິລາພື້ນເມືອງ-ກິລາສັດແຫ່ງຊາດ ຮ່ວມກັບ ກົມກິລາມວນຊົນ ກະຊວງສືກສາທິການ ແລະ ກິລາ ໄດ້ເຕົ້າໂຮມກັນ ເພື່ອກຽມເຄື່ອນໄຫວ ເດີນທາງໄປມອບເຄື່ອງຊ່ວຍເຫລືອ ທີ່ແຂວງຫົວພັນ. ກ່ອນເດີນທາງ ແມ່ນໄດ້ມີການໄຈ້ທູບທຽນ ຄອບກ່າວ ຕໍ່ຫນ້າຮູບປັ້ນຫລໍ່ ພະເຈົ້າໄຊເສດຖາທິຣາດ ເພື່ອຄວາມເປັນສິລິມົງຄຸນຕ່າງໆ.
ສໍາລັບເຄື່ອງທີ່ກຽມໄປມອບ ຄັ້ງນີ້ ປະກອບມີ ເຄື່ອງນຸ່ງຫົ່ມ, ອຸປະກອນການສຶກສາ, ອຸປະກອນການກິລາ ແລະ ເຄື່ອງການຊ່ວຍເຫລືອກໍ່ສ້າງນໍ້າລິນ ຈໍານວນຫນຶ່ງ, ເພື່ອໄປຊ່ວຍເຫລືອປະຊາຊົນ ທຸກຍາກ ໃນ 3 ເມືອງ ຂອງແຂວງຫົວພັນ.
3 ເມືອງ ດັ່ງກ່າວ ມີເມືອງຊຽງຄໍ້, ເມືອງສົບເບົາ ແລະ ເມືອງຫົວເມືອງ. ສ່ວນການຊ່ວຍເຫລືອທີ່ເມືອງຊຽງຄໍ້ ປະກອບມີເຄື່ອງນຸ່ງຫົ່ມ ຈໍານວນ 2,000 ກວ່າຊຸດ ແລະ ອຸປະການການສຶກສາ ແລະ ກິລາ ຈໍານວນຫນຶ່ງ. ສໍາລັບການຊ່ວຍເຫລືອ ທີ່ເມືອງສົບເບົາ ແມ່ນຊ່ວຍເຫລືອການກໍ່ສ້າງນໍ້າລິນ ແກ່ບ້ານທຸກຍາກ ເປັນຈໍານວນເງິນ ມູນຄ່າ 27 ລ້ານກີບ ແລະ ຊ່ວຍເຫລືອທີ່ເມືອງຫົວເມືອງ ມູນຄ່າ 27 ລ້ານກີບ ເຊັ່ນດຽວກັນ ເປັນການຊ່ວຍເຫລືອ ກໍ່ສ້າງນໍ້າລິນ.
ການເຄື່ອນໄຫວ ແມ່ນຈະໄດ້ດໍາເນີນໄປ ຈົນເຖິງວັນທີ 27 ມັງກອນ 2018 ຈິ່ງສໍາເລັດ.
Editor: ກຳປານາດ ລັດຖະເຮົ້າ