ໃນຕອນເຊົ້າຂອງວັນທີ 19 ມັງກອນ 2018 ຜ່ານມາ ຢູ່ທີ່ຫ້ອງປະຊຸມ ເຂື່ອນໄຟຟ້າ ເທີນ-ຫີນບູນ, ເມືອງຫີນບູນ ແຂວງຄໍາມ່ວນ ໄດ້ດໍາເນີນກອງປະຊຸມສະຫຼຸບຕີລາຄາຄືນໃນການຍົກຍ້າຍຈັດສັນທີ່ຖືກຜົນກະທົບຈາກ ໂຄງການເທີນ-ຫີນບູນພາກຂະຫຍາຍຂື້ນ ໂດຍການເປັນປະທານ ຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ, ມີຮອງເຈົ້າແຂວງ ຄໍາມ່ວນ,ຕາງໜ້າບໍລິສັດ ພ້ອມດ້ວຍຄະນະກຳມະການຍົກຍ້າຍຈັດສັນ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້າເທີນ-ຫີນບູນພາກຂະຫຍາຍ ແຂວງບໍລິຄຳໄຊ, ແຂວງ ຄຳມ່ວນ ແລະ ສະພາປະຊົນ ຂອງ 2 ແຂວງເຂົ້າຮ່ວມ.
ທ່ານ ໂຮເບີດ ອາລັນ ຜູ້ອຳນວຍການໃຫຍ່ ບໍລິສັດ ເຂື່ອນໄຟຟ້າ ເທີນ-ຫີນບູນ ພາວເວີຈຳຈັດ ໄດ້ລາຍງານ ຜົນສໍາເລັດ ການຍົກຍ້າຍຈັດສັນ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້າເທີນ-ຫີນບູນພາກຂະຫຍາຍ ແຂວງບໍລິຄຳໄຊ, ແຂວງ ຄຳມ່ວນ ໃນໄລຍະ 5 ຜ່ານມາໃນນັ້ນ ເໜືອເຂື່ອນແມ່ນແຂວງ ບໍລິຄຳໄຊ ມີ ຈຳນວນ 12 ບ້ານ, ມີ 652 ຄອບຄົວທີ່ຢູ່ເໜືອເຂື່ອນ ນໍ້າຍ້ວງ ໄດ້ຍົກຍ້າຍໄປຢູ່ 4 ຈຸດຄື: ບ້ານໜອງຊົງ ມີ 109 ຄອບຄົວ, ທີ່ມາຈາກບ້ານໂນນສົມບູນ ແລະ ບ້ານ ຜາບັງ, ບ້ານສົບພວນ, ມີ 79 ຄອບຄົວ ທີ່ມາຈາກ ບ້ານປອນ, ບ້ານໂພນທອງ ມີ 266 ຄອບຄົວ, ທີ່ມາຈາກບ້ານຊອດ, ບ້ານບຸງ, ບ້ານກະອານ, ບ້ານຈະແລດ ແລະ ບ້ານສົບຂົມ, ສຳລັບບ້ານແກ້ວແສນຄຳ ມີ 181 ຄອບຄົວ, ຍົກຍ້າຍມາຈາກບ້ານໂພນແກ້ວ, ບ້ານແສນສີ, ບ້ານຖໍ້າບີ້ງ ແລະ ບ້ນສົບຈາດ. ນອກນັ້ນ ຍັງສຳເລັດການຍັບຍ້າຍ ບ້ານ ທ່າສາລາຈຳນວນ 97 ຫຼັງຄາເຮືອນ,ມີ 199 ຄອບຄົວ.ສຳລັບເຂດລູ່ມເຂື່ອນ ແຂວງ ຄຳມ່ວນ ໄດ້ສຳເລັດການຍົກຍ້າຍ 718 ຄອບຄົວ ໃນນັ້ນໄປຢູ່ບ້ານ ພູໝາກແໜ່ງ 184 ຄອບຄົວ,ບ້ານ ຖໍ້າແຕ້ມ 33 ຄອບຄົວ,ບ້ານ ທ່າ 126 ຄອບຄົວ ແລະ ບ້ານ ພູຊາດ 375 ຄອບຄົວ.ໂຄງການໄດ້ຈັດສັນທີ່ດິນທຳການຜະລິດໃຫ້ປະຊາຊົນທີ່ຍົກຍ້າຍປະກອບມີ ດິນນາ 1 ເຮັກຕ່າ,ເຮືອນ 1 ຫຼັງ ແລະ ດິນສວນ ພ້ອມອອກໃບຕາດິນໃຫ້ປະຊາຊົນທັງໝົດ ແລະ ຍັງໄດ້ຝຶກວິຊາຊີບການປູກ,ການລຽ້ງໃຫ້ປະຊາຊົນຕື່ມອີກ. ຜູ້ແທນກອງປະຊຸມທັງສອງຝ່າຍຍັງໄດ້ຍົກບັນຫາປຶກສາຫາລື່ຮ່ວມກັນຫຼາຍດ້ານຂໍ້ສະດວກ, ຂໍ້ຫຍູ້ງຍາກ ຕະຫຼອດເຖິງບັນດາໜ້າວຽກທີ່ຍັງຄົງຄ້າງຮ່ວມກັນ, ພ້ອມຕົກລົງເອກະພາບໃນການແຕ່ງຕັ້ງຄະນະກຳມະການ ແລະ ກອງເລຂາທົດແທນຄ່າເສຍຫາຍ, ການຍົກຍ້າຍປະຊາຊົນ ລະຫວ່າງ ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ຕື່ມອີກ. ທັ້ງນີ້ກໍ່ເພື່ອເປັນບ່ອນອິງທີ່ຈະນຳໄປຈັດຕັ້ງໃນສະເພາະໜ້າໃຫ້ບັນລຸຕາມແຜນການທີ່ວາງໄວ້.
ທ່ານ ເຈົ້າແຂວງ ບໍລິຄຳໄຊ ປະທານກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບຂັ້ນແຂວງ,ເມືອງ ແລະ ບໍລິສັດ ຈະຕ້ອງໄດ້ສູມໃສ່ຄົ້ນຄວ້າສ້າງລາຍຮັບໃຫ້ປະຊາຊົນໃຫ້ມີຄວາມຍືນຍົງ,ຕ້ອງສອດຄ່ອງກັບສະພາບຄວາມເປັນຈິງເສດຖະກິດຂອງເມືອງ,ຂອງແຂວງ,ໂດຍເລີ່ມຈາກຄວາມຕ້ອງການແນວຄວາມຄິດຂອງປະຊາຊົນ.ບັນດາໜ້າວຽກທີ່ຍັງຄົງຄ້າງຕ້ອງສືບຕໍ່ໃຫ້ສຳເລັດຕາມຄາດໜາຍ ໂດຍຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ
ແຫລ່ງຂ່າວ ຖວທ ແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ