ພິທີເປີດນຳໃຊ້ສາຍສົ່ງແລະສະຖານີໄຟຟ້າແຮງສູງ 115/22 ກິໂລໂວນ ຫ້ວຍຊາຍ-ທ່າຟ້າ ໄດ້ຈັດຂຶ້ນໃນວັນທີ 20 ມັງກອນ 2018 ນີ້, ທີ່ບ້ານໃໝ່ວຽງພູຄາ ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ, ເພື່ອສະໜອງໄຟຟ້າໃຫ້ແກ່ໂຮງງານອຸດສາຫະກໍາພາຍໃນແຂວງ ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີ ທ່ານ ບຸນອຸ້ມ ສີວັນເພັງ ຜູ້ອໍານວຍການໃຫຍ່ລັດວິສາຫະກິດ ໄຟຟ້າລາວ, ທ່ານ ເຟິ້ງເຄີ່ (Feng ke) ຜູ້ອໍານວຍການບໍລິສັດຫຸ້ນສ່ວນຮ່ວມມືການຄ້າຕ່າງປະເທດ ແຂວງຍຸນນານ ສປ ຈີນ, ມີ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງໆບໍ່ແກ້ວ, ແຂກທີ່ເຊີນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ເປົ້າໝາຍການສ້າງສະຖານີແຫ່ງນີ້ກໍ່ເພື່ອຈະອໍານວຍຄວາມສະດວກໃນການສະໜອງພະລັງງານໄຟຟ້າໃຫ້ແກ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຢູ່ເມືອງຕົ້ນເຜີ້ງ, ພ້ອມນັ້ນ, ເພື່ອສະໜອງໄຟຟ້າແກ່ປະຊາຊົນບັນດາເຜົ່າໃນເຂດພາກເໜືອ. ໄລຍະຍາວຂອງສາຍສົ່ງນີ້ ມີທັງໝົດ 58 ກິໂລແມັດ, ຈະເນັ່ງຜ່ານເຂດຊຸມຊົນເຊິ່ງເປັນເຂດທີ່ພວມພັດທະນາໃນທຸກດ້ານຂອງແຂວງບໍ່ແກ້ວ ທີ່ຈະສາມາດຕອບສະໜອງພະລັງງານໄຟຟ້າໃຫ້ແກ່ການພັດທະນາເສດຖະກິດສັງຄົມ ຢູ່ໃນບໍລິເວນດັ່ງກ່າວ ທັງໃນສະເພາະໜ້າແລະ ໄລຍະຍາວ ແລະ ເພື່ອດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດສຸມເຂົ້າສູ່ການພັດທະນາແຂວງບໍ່ແກ້ວໃຫ້ຫຼາຍຂຶ້ນ
ທ່ານ ບຸນອຸ້ມ ສີວັນເພັງ ຜູ້ອໍານວຍການໃຫຍ່ລັດວິສາຫະກິດ ໄຟຟ້າລາວ ກ່າວວ່າ: ສໍາລັບໂຄງການດັ່ງກ່າວແມ່ນລັດວິສາຫະກິດໄຟຟ້າລາວເປັນເຈົ້າຂອງ ແລະ ບໍລິສັດຫຸ້ນສ່ວນຮ່ວມມືການຄ້າຕ່າງປະເທດແຂວງຍຸນນານ ສປ ຈີນ ເປັນຜູ້ຮັບເໝົາກໍ່ສ້າງເປັນເວລາ 14 ເດືອນ ແມ່ນສ້າງສໍາເລັດ, ໂຄງການສາຍສົ່ງ 115 ກິໂລໂວນແມ່ນໂຄງການໜຶ່ງ ເພື່ອຮອງຮັບຈາກບັນດາເຂື່ອນຕ່າງໆ ເປັນຕົ້ນເຂື່ອນນ້ຳທາ 1 ແລະ ເຂື່ອນໄຟຟ້າອື່ນໆທີ່ຢູ່ໄກ້ຄຽງ ແລະ ບັນດາສາຍສົ່ງທີ່ມາເຊື່ອມຕໍ່ຕາມແຜນພັດທະນາໄຟຟ້າລາວໃນປີ 2020.
ທ່ານ ຄໍາພັນ ເຜີຍຍະວົງ ເຈົ້າແຂວງໆບໍ່ແກ້ວ ກ່າວວ່າ: ການເປີດນໍາໃຊ້ໂຄງການສາຍສົ່ງ ແລະ ສາຖານີໄຟຟ້າແຮງສູງໃນຄັ້ງນີ້, ແມ່ນເປັນການປະກອບສ່ວນສ້າງສາພັດທະນາ ແລະ ເພື່ອຕອບສະໜອງການລໍຄອຍຂອງປະຊາຊົນແຂວງບໍ່ແກ້ວ ໃນຫຼາຍທົດສະຫວັດ ແລະ ຈະນໍາໃຊ້ໄຟຟ້າໃຫ້ມີປະສິດທິຜົນທີ່ສຸດ ໃນການສ້າງສາພັດທະນາແຂວງບໍ່ແກ້ວ ເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ.
Editor: ກຳປານາດ ລັດຖະເຮົ້າ