ໃນວັນທີ 16 ມັງກອນ 2018 ທີ່ຫ້ອງການບ້ານນ້ຳຕ້ອງ ແລະ ບ້ານໂພນເມືອງ, ເມືອງວຽງທອງ, ແຂວງບໍລິຄຳໄຊ ໄດ້ມີພິທີຮັບຮອງ 2 ບ້ານ ເປັນບ້ານພັດທະນາ ຕິດພັນກັບ ການປະຕິບັດສິດສະເໝີພາບ ຍີງ- ຊາຍ ຂື້ນໂດຍການເຂົ້າຮ່ວມຂອງທ່ານ ສົມໃຈ ຊົ່ງລາວ່າງ ຮອງເລຂາພັກເມືອງ,ປະທານແນວລາວສ້າງຊາດເມືອງ,ທ່ານ ນາງ ຄານ ສີສົມບູນ ຫົວໜ້າກອງເລຂາສົ່ງເສີມຄວາມກ້າວໜ້າຂອງແມ່ຍີງວຽກແມ່ ແລະ ເດັກຂັ້ນເມືອງ, ມີເລຂາພັກບ້ານ, ນາຍບ້ານ ພ້ອມດ້ວຍອຳນາດການປົກຄອງ ພໍ່, ແມ່ປະຊາຊົນ ພາຍໃນ 2 ບ້ານເຂົ້າຮ່ວມ.
ໃນພິທີນາຍບ້ານທັງ 2 ບ້ານ ໄດ້ຂື້ນຜ່ານບົດສະຫຼູບໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ທິດທາງແຜ່ານການໃນຕໍ່ໜ້າ ເຊີງໄດ້ສະແດງໃຫ້ເຫັນມີທັງດ້ານດີ - ດ້ານອ່ອນ ແລະ ຂໍ້ຄົງຄ້າງທີຈະໄດ້ພ້ອມກັນປັບປຸບແກ້ໄຂໃນຕໍ່ໜ້າ ບ້ານນ້ຳຕ້ອງ ແລະ ບ້ານໂພນເມືອງ ໂຮມກັນມີ 226 ຫຼັງຄາເຮືອນ ມີ 281 ຄອບຄົວ, ມີພົນລະເມືອງທັງໝົດ 1.479 ຄົນ, ຍີງ 714 ຄົນ,ໄລຍະຜ່ານມາ ຄະນະພັກ, ອຳນາດການປົກບ້ານໄດ້ພ້ອມກັນສືກສາອົບຮົມແນວຄິການເມືອງໃຫ້ປະຊາຊົນພາຍໃນບ້ານ ໃຫ້ມີຄວາມສາມັກຄີຮັກແພງປອງດອງກັນ, ພ້ອມກັນປະຕິບັດຕາມມາດຖານຂອງການສ້າງບ້ານພັດທະນາ ຕິດພັນກັບການປະຕິບັດສິດສະເໝີພາບ ຍີງ-ຊາຍ, ປາສະຈາກທຸກຮູບການຈຳແນກບົນພື້ນຖານທາງເພດ ແລະ ເຄົາລົບນັບຖືເຊ່ີງກັນ ແລະ ກັນ ປາສະຈາກການໃຊ້ຄວາມຮຸນແຮງໃນຄອບຄົວ ໂດຍສະເພາະຕໍ່ແມ່ຍີງ ແລະ ເດັກນ້ອຍ, ຜ່ານການຈັດຕັ້ງປະຕິບັດ ເຫັນວ່າທັງ 2 ບ້ານປະຕິບັດໄດ້ຕາມມາດຖານ ເງື່ອນໄຂທີ່ວາງອອກ ດັ່ງນັ້ນເມືອງຈີ່ງໄດ້ອອກໃບຢັ້ງຢືນໃຫ້ຄອບຄົວ ແລະ ບ້ານໂດຍເປັນກຽດມອບ ໃບຢັ້ງຢືນ ແລະ ໃຫ້ການໂອ້ລົມ ຂອງທ່ານ ສົມໃຈ ຊົ່ງລາວ່າງ ຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງ ແລະ ຮັບກໍ່ແມ່ນ ນາຍບ້ານທັງ 2 ບ້ານເປັນຜູ້ຮັບ.
Editor: ນັກຂ່າວ ປກສ ແຂວງບໍລິຄຳໄຊ