ໃນລະຫວ່າງ ວັນທີ່ 15-16 ມັງກອນ 2018 ນີ້ ຮອງຫົວໜ້າກົມຕໍາຫຼວດຈາລະຈອນ, ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງຊຸກຍູ້ວຽກງານຕໍາຫຼວດຈາລະຈອນ ຢູ່ ປກສ ແຂວງບໍລິຄໍາໄຊ, ໂດຍການເປັນປະທານຂອງ ທ່ານ ພັນໂທ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫຼວດຈາລະຈອນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ພັນເອກ ທອງໃບ ລໍວັນໄຊ ເລຂາອົງຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະຮັບຜິດຊອບມາຈາກກົມ, ຄະນະຫ້ອງຕໍາຫຼວດ, ບັນດາເຈົ້າໜ້າທີ່ຕໍາຫຼວດຈາລະຈອນ ປກສ ແຂວງ ແລະ ປກສ ເມືອງ 7 ຕົວເມືອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ທ່ານ ພັນຕີ ເດດ ມີໄຊ ຫົວໜ້າພະແນກຕຳຫຼວດ ຈາລະຈອນ ປກສ ແຂວງ ໄດ້ຂື້ນຜ່ານບົດສະຫຼຸບ ປະຈໍາປີ 2017 ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດການຈັດຕັ້ງປະຕິບັດວຽກງານຕໍາຫຼວດຈາລະຈອນໃນໄລຍະຜ່ານມາເຊັ່ນ: ດ້ານວຽກງານວິຊາສະເພາະຕ່າງໆ ຮັບເອກະສານໄດ້ 42 ສະບັບ, ທະບຽນ 3 ໃບ, ໃບຂັບຂີ່ 39 ໃບ, ຮັບລົດຈັກ 37 ຄັນ, ສຶກສາອົບຮົບປັບໄໝຜູ້ລ່ວງລະເມີດໄດ້ 44 ລາຍ, ຮັບແຈ້ງເສຍຫາຍໄດ້ 76 ສະບັບ, ທະບຽນ 14 ໃບ,ໃບຂັບຂີ່ 62 ໃບ, ລົງເຜີຍແຜ່ກົດລະບຽບການສັນຈອນຢູ່ ບ້ານ, ກຸ່ມບ້ານ, ສໍານັກງານ-ອົງການ, ໂຮງຮຽນ ແລະ ຄ້າຍທະຫານ ໄດ້ທັງໝົດ 36 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 3.149 ຄົນ, ຍິງ 1.664 ຄົນ, ຈັດຕັ້ງກໍາລັງປະຈໍາຈຸດ, ປະຈໍາປ້ອມ, ລະບາຍການສັນຈອນ, ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມຈຸດຕ່າງໆຄື: ປະຈໍາປ້ອມໄຟແດງໄດ້ 240 ຄັ້ງ, ປ້ອງກັນງານມະຫະກໍາກິລານັກຮຽນທົ່ວປະເທດໄດ້ 01 ຄັ້ງ, ມີ 360 ແຮງງານ, ວາງພວງມາລາ ແລະ ກະຕ່າດອກໄມ້ໄດ້ 03 ຄັ້ງ, ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມຕົວເມືອງໄດ້ 240 ຄັ້ງ, ເປີດທາງຮັບ-ສົ່ງແຂກໄດ້ 24 ຄັ້ງ, ລົງລະບາຍການສັນຈອນຕາມໂມງການໄດ້ 240 ຄັ້ງ, ອອກຕັ້ງຈຸດກວດກາການສັນຈອນ ຕາມເສັ້ນທາງຫຼວງໄດ້ 45 ຄັ້ງ, ກວດກາພາຫະນະໄດ້ທັງໝົດ 3.651 ຄັນ, ພົບເຫັນຜູ້ລ່ວງລະເມີດທັງໝົດ 1.876 ຄັນ, ສຶກສາອົບຮົມ 1.332 ຄັນ, ປັບໃໝ 526 ຄັນ ລວມມູນຄ່າ 25.710.000 ກີບ, ຕິດປ້າຍລົດໄດ້ທັງໝົດ 1.113 ຄັນ, ປະເພດ ຈຈ 783 ຄັນ, ປະເພດ ກກ 293 ຄັນ, ປະເພດ ບກ 34 ຄັນ, ສາມາດເກັບລາຍຮັບເຂົ້າແຜນງົບປະມານໄດ້ 84.380.000 ກີບ, ທົ່ວແຂວງມີອຸບັດຕິເຫດເກີດຂື້ນທັງໝົດ 354 ເລື່ອງ, ພາຫະນະເປ່ເພທັງໝົດ 620 ຄັນ, ເປ່ເພເລັກໜ້ອຍ 256 ຄັນ, ເປ່ເພສົມຄວນ 335 ຄັນ, ໃຊ້ການບໍ່ໄດ້ 29 ຄັນ, ຄົນໄດ້ຮັບເຄາະຮ້າຍ 613 ຄົນ, ບາດເຈັບເລັກໜ້ອຍ 229 ຄົນ, ເຈັບສົມຄວນ 212 ຄົນ, ເຈັບສາຫັດ 95 ຄົນ, ເສຍຊີວິດ 77 ຄົນ, ສ່ວນຄາດໝາຍສູ້ຊົນໃນຕໍ່ໜ້າຈະເອົາໃຈໃສ່ເພີ່ມທະວີການປ້ອງກັນ-ສະກັດກັ້ນ ກໍ່ຄືການສຶກສາອົບຮົມ ແລະ ເຜີຍແຜ່ກົດລະບຽບການສັນຈອນໃຫ້ແກ່ຜູ້ທີ່ນໍາໃຊ້ລົດໃຊ້ຖະໜົນຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍຕໍ່ການລະເມີດກົດລະບຽບການສັນຈອນ ເຊິ່ງຈະພາໃຫ້ເກີດອັນຕະລາຍແກ່ຊີວິດ ແລະ ຊັບສິນ ລວມໄປເຖິງຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ, ໃນພິທີຍັງໄດ້ຮັບຟັງການເຜີຍແຜ່ເອກະສານທີ່ສໍາຄັນຄື: ເອກະສານວຽກງານສຶກສາອົບຮົມການເມືອງ-ແນວຄິດ, ເອກະສານວຽກງານໂຄສະນາ, ວຽກງານຄຸ້ມຄອງ ແລະ ລະບາຍການສັນຈອນ, ວຽກງານດໍາເນີນຄະດີອຸບັດຕິເຫດ ພ້ອມນັ້ນ ກໍ່ໄດ້ລົງປະຕິບັດຕົວຈິງໃນການລະບາຍ ການສັນຈອນຢູ່ເສັ້ນທາງທີ່ມີຄວາມສັບສົນໃຫ້ກັບຜູ້ໃຊ້ລົດໃຊ້ຖະໝົນຢູ່ພາຍໃນເທດສະບານໃຫ້ມີຄວາມປອດໄພ ແລະ ສະດວກສະບາຍໃນການສັນຈອນຕາມທ້ອງທະໜົນ.
Editor: ປກສ ແຂວງບໍລິຄຳໄຊ