ເມື່ອບໍ່ດົນມານີ້, ພະແນກແຮງງານສະຫວັດດີ-ສັງຄົມແຂວງໄຊສົມບູນ ໄດ້ນໍາເງິນນະໂຍບາຍຕໍ່ຜູ້ມີຜົນງານ ຕາມດຳລັດ 272/ລບ ປະຈໍາປີ 2017. ຈໍານວນ 1,4 ຕື້ກ່ວາກີບ, ມອບໃຫ້ຫ້ອງການເມືອງ 4 ເມືອງ ຈຳນວນ 66 ທ່ານ ຄື: ເມືອງອານຸວົງ, ເມືອງລ່ອງຊານ, ເມືອງທ່າໂທມ ແລະ ເມື່ອງຮົ່ມ ໃຫ້ຄອບຄົວພະນັກງານການປະຕິວັດທີ່ເສຍຊີວິດໃນປາງສົມຄາມ , ໃນນັ້ນມີເງິນນະໂຍບາຍສົມທົບປຸກສ້າງ 240 ລ້ານກວ່າກີບ ຈຳນວນ 8 ທ່ານ , ເງິນອຸດໜູນເທື່ອດຽວ ຍັງມີຊີວິດ 573 ລ້ານກວ່າກີບ ຈຳນວນ 36 ທ່ານ, ອຸດໜູນສະຫຼະຊີວິດ 448 ລ້ານກວ່າກີບ ຈຳນວນ 20 ທ່ານ ແລະ ເງິນປຽນແທນໂກຕ້າລົດ 158 ລ້ານກວ່າກີບ ຈໍານວນ 2 ທ່ານ .
ກ່າວມອບໂດຍ ຄະນະພະແນກແຮງງານແລະ ສະຫວັດດີການສັງຄົມ ແຂວງໄຊສົມບູນ, ນອກນີ້ພະແນກແຮງງານສະຫວັດດີ-ສັງຄົມແຂວງໄຊສົມບູນ ຍັງໄດ້ມອບຜ້າຫົ່ມ 156 ຜືນ, ປຶ້ມແບບຮຽນ 30 ຊຸດ, ປຶ້ມນິທານ 37 ຫົວ, ໃຫ້ຫ້ອງການ ຮສສ ເມືອງທ່າໂທມ ແລະ ຍັງໄດ້ມອບຜ້າຫົ່ມ 45 ຜືນ, ເສື້ອຢືດ 45 ຜືນ, ເກີບຜ້າໃບ 45 ຄູ່, ປື້ມແບບຮຽນ 20 ຊຸດ , ຜ້າຫົ່ມຈຳນວນ 200 ຜືນ, ປຶ້ມແບບຮຽນ ປໍ 2-ປໍ5 ຈຳນວນ 30 ຊຸດ ແລະ ປຶ້ມນິທານ ຈຳນວນ 25 ຫົວ ໃຫ້ຫ້ອງການ ຮສສ ເມືອງອະນຸວົງ ໃນຈໍານວນ 9 ບ້ານ ເພື່ອແຈກຢາຍໃຫ້ເດັກກຳພ້າ-ກຳພອຍ ແລະ ຜູ້ທີ່ທຸກຍາກຂາດເຂີນນຳອີກ.
Editor: ກຳປານາດ ລັດຖະເຮົ້າ