ໃນວັນທີ 17 ມັງກອນ 2018 ຜ່ານມາ, ທ່ານ ໂຍທີນ ເວດສະພົງ ປະທານເຄື່ອຂ່າຍອຸດສາຫະກໍາປຸງແຕ່ງໄມ້, ທ່ານ ພຸດທະນົງ ວົງພະຈັນ ຕາງຫນ້າກົມອຸດສາຫະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ, ແລະ ທ່ານ ຄໍາພຽນ ແກ້ວລັງສີ ຜູ້ອໍານວຍການ ສູນພັດທະນາ ແລະ ທົດສອບສີມືແຮງງານ ເວດສະພົງ ໄດ້ແຈ້ງໃຫ້ຮູ້ກ່ຽວກັບ ການຈັດງານວາງສະແດງ ພະລິດຕະພັນໄມ້ສໍາເລັດຮູບ ທີ່ຈະໄດ້ຈັດຂື້ນໃນວັນທີ 24 ມັງກອນ ໄປຈົນເຖິງ ວັນທີ 24 ມີນາ 2018 ເປັນເວລາ 2 ເດືອນ, ທີີ່ສູນພັດທະນາ ແລະ ທົດສອບສີມືແຮງງານ ເວດສະພົງ, ບ້ານໜອງບຶກເໜືອ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ງານດັ່ງກ່າວແມ່ນເປັນການຮ່ວມມື ລະຫວ່າງ ເຄື່ອຂ່າຍອຸດສາຫະກໍາປຸງແຕ່ງໄມ້ ໂດຍສົມທົບກັບ ກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ເພື່ອຈັດຕັ້ງປະຕິບັດນະໂຍບາຍຂອງ ລັດຖະບານ ກ່ຽວກັບການສົ່ງເສີມການປຸງແຕ່ງໄມ້ສໍາເລັດຮູບ ການສ້າງມູນຄ່າເພີ່ມທັງເປັນການພັດທະນາສີມືແຮງງານ ໃນການຜະລິດ - ປຸງແຕ່ງໄມ້ ໂດຍສະເພາະຕາມການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 15/ນຍ ກ່ຽວກັບພະລິດຕະພັນໄມ້ແນໃສ່ ການນໍາໃຊ້ທຸກຊະນິດໄມ້, ທຸກຊີ້ນສ່ວນຂອງໄມ້ ແລະ ເພື່ອເປັນການຫັນໄປສົ່ງເສີມ ການນໍາໃຊ້ໄມ້ປູກ - ຫຼຸດຜ່ອນການນໍາໃຊ້ໄມ້ທໍາມະຊາດເທື່ອລະກ້າວ.
ພາຍໃນງານແມ່ນຈະມີ ການວາງສະແດງ ແລະ ຈໍາໜ່າຍຜະລິດຕະພັນໄມ້ສໍາເລັດຮູບຫຼາຍຊະນິດ-ຫຼາຍຮູບແບບ ຫຼາຍກວ່າ 40 ຫົວໜ່ວຍ, ທີ່ເຂົ້າຮ່ວມວາງສະແດງ ແລະ ຈໍາໜ່າຍພາຍໃນງານ, ນອກນັ້ນ ຕະຫຼອດໄລຍະການວາງສະແດງຍັງມີກິດຈະກໍາຕ່າງໆ ເຊັ່ນ: ການສໍາມະນາ ໂດຍເຊີນເອົານັກວິທະຍາກອນຈາກພາກລັດ, ຊ່ຽວຊານຈາກພາກສ່ວນກ່ຽວຂ້ອງ, ທະນາຄານອົງການຈັດຕັ້ງສາກົນ ມາບັນຍາຍກ່ຽວກັບການບໍລິຫານຈັດການ ແລະ ການດໍາເນີນທຸກິດໄມ້ ເພື່ອຫັນເຂົ້າສູ່ລະບຽບກົດໝາຍ ແລະ ສາມາດຕໍ່ລອງກັບຕະຫຼາດສາກົນ, ງານດັ່ງກ່າວຍັງເປັນເວທີພົບປະເຈລະຈາ ແລກປ່ຽນບົດຮຽນລະຫວ່າງ ນັກທຸລະກິດພາຍໃນ ແລະ ຕ່າງປະເທດ ທີ່ໄດ້ເຊີນມາຮ່ວມເປັນຕົ້ນຈາກ ສປ ຈີນ, ສສ ຫວຽດນາມ, ໄທ ແລະ ຍີ່ປຸ່ນ. ແລະ ພິເສດ ໃນງານຍັງມີການແຂ່ງຂັນສີມືແຮງງານ ການປຸງແຕ່ງໄມ້ລະດັບຊາດ ເພື່ອຄັດເລືອກເອົານັກແຂ່ງຂັນ ເຂົ້າຮ່ວມແແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 12 ປີ 2018 ທີ່ຈະໄດ້ຈັດຂືິ້ນຢູ່ປະເທດໄທ.
Editor: ກຳປານາດ ລັດຖະເຮົ້າ