ສະຖານບັນພ້ອມສ້າງຫໍພັກເພື່ອຮອງຮັບຜູ້ເຝິກອົບຮົມອີກດ້ວຍກຸ່ມທະນາຄານເມແບັງພ້ອມດ້ວຍມູນລະນິທິຊ່ວຍເຫຼືອໃນເຄືອ ໄດ້ເຮັດການຂະຫຍາຍ “ໂຄງການແມ່ຍິງຕໍ່າຜ້າ ຂອງທະຄານ ເມແບັງ” ມາສູ່ ສປປລາວ ເຊິ່ງເປັນປະເທດທີສາມ ໃນບັນດາປະເທດອາຊຽນ, ບັນດາຜູ້ລິເລີ່ມຂອງໂຄງການດັ່ງກ່າວແມ່ນລວມມີ ທ່ານນາງ ອຸເທນ ມະສິສົນໄຊ ຮອງເຈົ້າແຂວງຂຽງຂວາງ, ທ່ານນາງ ດາຕຸກ ໂມໄຮຢານີ ປະທານ ທະນາຄານ ແລະ ມູນລະນິທິເມແບັງ, ພ້ອມກັບ ທ່ານນາງ ກົມມະລີ ຈັນທະວົງ ຜູ້ກໍ່ຕັ້ງ ບໍລິສັດ ປູກມອນລ້ຽງມ້ອນ ແລະ ສາວໄໝ.
ພ້ອມດຽວກັນນັ້ນ ຍັງມີບັນດາແຂກຮັບເຊີນກິດຕິມະສັກທີ່ສຳຄັນທີ່ເຂົ້າຮ່ວມງານເປີດ ມີພະນະທ່ານ ໂມດ ໄອນີ ອາຕັນ ທູດມາເລເຊຍປະຈຳລາວ, ທ່ານ ປອ. ນາງ. ຂັນລາສີ ແກ້ວບຸນພັນ ຫົວໜ້າ ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ບຸດສາຄອນ ອິນທະລັງສີ ຫົວໜ້າສູນກະສິກຳແບບຍືນຍົງ ກະຊວງກະສິກຳ ແລະ ປ່າໄມ້, ທ່ານນາງ ຈັນທອນ ຈັນທະຈິດ ຫົວໜ້າ ສະຫະພັນຝ້າຍລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳຊາດລາວ, ທ່ານ ດົງຽນ ບຸນ ຮອງ ທະນາຄານແຫ່ງຊາດລາວ ປະຈຳແຂວງຊຽງຂວາງ ລວມທັງພາກສ່ວນອື່ນໆ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພິທີເປີດໂຄງການສົ່ງເສີມແມ່ຍິງຕໍາຜ້າ ແມ່ນໄດ້ຈັດຂື້ນ ໃນທ້າຍອາທິດ ຜ່ານມາ ທີ່ແຂວງຊຽງຂວາງ, ທ່ານນາງ ໂມໄຮ ຢານີ ໄດ້ກ່າວໃນພິທີເປີດວ່າ: “ເຮົາສາມາດເຫັນການພັດທະນາຢ່າງໃຫຍ່ຫຼວງຢູ່ໃນບັນດາຊຸມຊົນ ຕັ້ງແຕ່ເລີ່ມການກໍ່ຕັ້ງໂຄງການຂຶ້ນມາທັງໃນປະເທດອິນໂດເນເຊຍ ແລະ ປະເທດກຳປູເຈຍ. ຍ້ອນແນວນັ້ນ, ຈຶ່ງເຮັດໃຫ້ເຮົາມີແຮງຈູງໃຈຢາກຈະຂະຫຍາຍໂຄງການມາສູ້ປະເທດລາວ ແລະ ໂຄງການນີ້ຍັງຈະຊ່ວຍເພີ່ມບົດບາດໃນຊີວິດໃຫ້ແກ່ບັນດາແມ່ຍິງໃນຊຸມຊົນເພື່ອເປັນການຟື້ນຟູອຸດສາຫະກຳຜ້າໄໝ ແລະ ໃນທີ່ສຸດແມ່ນຊ່ວຍຂັບເຄື່ອນການພັດທະນາເສດຖະກິດໃນປະເທດໃຫ້ດີຂຶ້ນຢ່າງບໍ່ມີຂໍ້ສົງໄສ.”
ສຳຫຼັບໂຄງການຊ່ວຍເຫຼືອແມ່ຍິງຕໍ່າຜ້າໃນລາວແມ່ນຈະຮ່ວມກັບບໍລິສັດປູກມອນລ້ຽງມ້ອນ ແລະ ສາວໄໝ ທີ່ແຂວງຊຽງຂວາງ ເຊິ່ງເປັນການປະກອບທຸລະກິດ ແລະ ການຮ່ວມມືເພື່ອສັງຄົມ ກໍ່ຕັ້ງໂດຍ ທ່ານນາງ ກົມມະລີ ຈັນທະວົງ ເຊິ່ງເປັນຜູ້ທີ່ໄດ້ຮັບລາງວັນ Ramon Magsaysay ແລະ ໄດ້ເຂົ້າຊິງລາງວັນ Noble Peace Prize. ໂຄງການດັ່ງກ່າວແມ່ນມີເປົ້າໝາຍເພື່ອເຝິກອົບຮົມການຕໍ່າແຜ່ນ ແລະ ການສາວໄໝ ແລະ ສິດສອນໃຫ້ຮູ້ເຖິງຂະບວນການໃນການເຮັດສວນມອນເພື່ອລ້ຽງມ້ອນ ໂຄງການຊ່ວຍເຫຼືອແມ່ຍິງຕໍ່າຜ້າແມ່ນໄດ້ຮັບການສະໜັບສະໜູນຈາກມູນລະນິທິອາຊຽນເຊິ່ງມໄເປົ້າໝາຍໃນການຮັກສາມໍລະດົກທາງວັດທະນະທຳຂອງອາຊຽນ ແລະ ຊ່ວຍຊຸກຍູ້ໃນການສ້າງຕົວຕົນຂອງອາຊຽນໃຫ້ຊັດເຈນຍິ່ງຂຶ້ນ.
Editor: ກຳປານາດ ລັດຖະເຮົ້າ