ພິທີມອບ-ຮັບການອຸປະຖໍາ ແມ່ນໄດ້ຈັດຂື້ນ ໃນວັນທີ 18 ມັງກອນ 2018 ທີ່ຜ່ານມາ ທີ່ຕຶກທ່ອງທ່ຽວ ກະຊວງ ຖວທ ໂດຍໃຫ້ກຽດເປັນປະທານ ແມ່ນ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ເຂົ້າຮ່ວມ ມີຫົວຫນ້າກົມ, ຮອງກົມ ໂຄສະນາການທ່ອງທ່ຽວ, ບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ເຂົ້າຮ່ວມ.
ການອຸປະຖໍາ ດັ່ງກ່າວ ເບື້ອຕົນທາງໂຮງພີມ ອຸປະຖໍາປ້າຍໂຄສະນາປີທ່ອງທ່ຽວລາວ ຢູ່ 2 ຈຸດ ຄື: ປ້າຍຂະຫນາດ 6 ຄູນ 21 ແມັດ ຕັ້ງຢູ່ 3 ແຍກໄຟແດງ ຫນອງບົວທອງ-ສີເກີດ + ຫນອງບຶກ ແລະ ປ້າຍຂະຫນາດ 4 ຄູນ 8 ແມັດ ຕັ້ງຢູ່ໄຟແດງໂນນສະອາດ-ລາດຄວຍ+ດົງໂດກ ເຊີ່ງລວມມູນຄ່າ ຕົກຢູ່ 250 ລ້ານກີບ. ພິທີມອບ-ຮັບ ຄັ້ງນີ້, ໃຫ້ກຽດກ່າວຮັບໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະຊວງ ຖວທ ພ້ອມດ້ວຍຄະນະ ແລະ ມອບໂດຍ ທ່ານ ເອກະພົນ ພູມິນ ຜູ້ອໍານວຍການ ໂຮງພີມເອກະພົນ ແລະ ປ້າຍ ຄົບວົງຈອນ. ພ້ອມດ້ວຍຄະນະ
ນອກຈາກນີ້, ທາງໂຮງພີມເອກະພົນ ແລະ ປ້າຍ ຄົບວົງຈອນ ຍັງໄດ້ປະກອບສ່ວນໂຄສະນາປີທ່ອງທ່ຽວລາວ 2018 ໃນຈຸດທີ່ມີປ້າຍຫວ່າງ ຕາມຈຸດຕ່າງໆ ເຊັ່ນ:
- 4 ແຍກໄຟແດງ ໂທລະໂຄງ
- ຫນ້າຕະຫລາດວັງທອງ 450 ປີ
- 3 ແຍກໄຟແດງ ໂພນປາກເປົ້າ ແລະ ໂຮງຫມໍເສດຖາ
- 4 ແຍກໄຟແດງ ດົງປ່າສັກ ເຕ 2
- 3 ແຍກ ບຶງຂະຫຍອງ- ທ່າເດື່ອ-ຄູວຽງ
- ເສັ້ນທາງ 450 ປີ
- ເສັ້ນທາງ 13 ເຫນືອ ເມືອງວັງວຽງ
- ທາງຄ້ອຍ ຖໍ້າລົໃ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ