ການເປີດໃຫ້ບໍລິການເພີ່ມ ອີກຫນື່ງສາຍທາງ ຂອງລົດເມສາທາລະນະ ນະຄອນຫລວງວຽງຈັນ ນັ້ນກໍ່ຄື ຕະຫລາດເຊົ້າ ຫາ ສະຫນາມບິນສາກົນວັດໄຕ ໃນລາຄາ 15 ພັນກີບ. ໂດຍແລ່ນຜ່ານຕົວເມືອງ ແລະ ຈຸດສໍາຄັນຕ່າງໆ ຫລາຍບ່ອນ ເຊີ່ງເລີ່ມຢ່າງເປັນທາງການ ໃນວັນທີ 18 ມັງກອນ 2018 ນີ້. ສໍາລັບການໃຫ້ບໍລິການ ແມ່ນຈະເລີ່ມ ແຕ່ 8 ໂມງເຊົ້າ ຫາ 22 ໂມງແລງ ທຸກໆມື້, ທັງນີ້ ຍັງໄດ້ເພີ່ມຄວາມສະດວກສະບາຍ ແກ່ປະຊາຊົນ ລວມທັງນັກທ່ອງທ່ຽວ ໄດ້ສະດວກຕໍ່ການເດີນທາງ ຫລຸດຜ່ອນການແອອັດ ໃນຕົວເມືອງ ແລະ ອື່ນໆ.
Editor: ກຳປານາດ ລັດຖະເຮົ້າ