ເນື່ອງຈາກໄລຍະຜ່ານມາ ໄດ້ມີຂ່າວລື ຫນາຫູ ທີ່ສົ່ງຜົນດ້ານລົບ ໃຫ້ກັບບໍລິສັດ ທິບພະຍະ ປະກັນໄພ ຈໍາກັດ, ເຂິ່ງຂ່າວລືແມ່ນມາໃນຫລາຍຮູບແບບ ແລະ ຂ່າວລືຕ່າງໆ ທີ່ບໍ່ມີມູນຄວາມຈິງ ເຊັ່ນວ່າ: ຂ່າວລືທີ່ວ່າ: ບໍລິສັດທິບພະຍະປະກັນໄພ ຈໍາກັດ ສປປ ລາວ ໄດ້ຂາຍຮຸ້ນໃຫ້ກັບ ບໍລິສັດປະກັນໄພອື່ນ, ແລະ ສອງ ກໍ່ຄືຂ່າວລື ທີ່ວ່າ: ບໍລິສັດ ທິບພະຍະປະກັນໄພ ຈໍາກັດ ສປປ ລາວ ຈະຢຸດດໍາເນີນກິດຈະການ ໃນ ສປປ ລາວ, ເຊີ່ງຂ່າວລືດັ່ງກ່າວແມ່ນຖືກປ່ອຍອອກມາຈາກກຸ່ມຄົນ ບໍ່ຫວັງດີ ຕໍ່ ບໍລິສັດ ທິບພະຍະ ປະກັນໄພ ຈໍາກັດ
ດັ່ງນັ້ນ, ເພື່ອຊີ້ແຈ້ງ ປະກາດເຖິງຈຸດຢຶນ ຂອງບໍລິສັດ ທິບພະຍາ ປະກັນໄພ ຈໍາກັດ ສປປ ລາວ ທາງຄະນະຜູ້ອຊານວຍການໃຫຍ່ ບໍລິສັດ ທິບພະຍະ ປະກັນໄພ ຈໍາກັນ ຈີ່ງໄດ້ອອກມາຖະແຫລງຂ່າວ ຕໍ່ສື່ມວນຊົນ ເພື່ອໃຫ້ເຂົ້າໃຈຢ່າງຈະແຈ້ງ ວ່າ ຂ່າວລືດັ່ງກ່າວ ແມ່ນບໍ່ມີມູນຄວາມຈີງ. ພິທີຖະແຫລງຂ່າວ ຄັ້ງນີ້ ໂດຍການເປັນປະທານຂອງ ທ່ານ ພະສິນ ພຣຶດພົງ ກໍາມະການຜູ້ອໍານວຍການໃຫຍ່ ບໍລິສັດ ທິບພະຍະປະກັນໄພ ຈໍາກັດ, ພ້ອມດ້ວຍ ທ່ານ ຫໍລະດີ ວໍຣະລາດ ກໍາມະການຜູ້ອໍານວຍການ ບໍລິສັດ ທິບພະຍະ ປະກັນໄພ ຈໍາກັດ. ເຂົ້າຮ່ວມມີບັນດາຕົວແທນ, ພະນັກງານ ແລະ ສື່ມວນຊົນ ຈາກທຸກພາກສ່ວນ.
ໃນພິທີ ທ່ານ ພະສິນ ພຣຶດພົງ ກໍາມະການຜູ້ອໍານວຍການໃຫຍ່ ບໍລິສັດ ທິບພະຍະປະກັນໄພ ຈໍາກັດ ໄດ້ກ່າວວ່າ: ບໍລິສັດ ທິບພະຍະປະກັນໄພ ຈໍາກັດ ສປປ ລາວ ແມ່ນເປັນສວນຫນຶ່ງຂອງບໍລິສັດ ທິບພະຍະ ປະກັນໄພ ຈໍາກັດ ມະຫາຊົນ ໃນປະເທດໄທ ທີ່ມີປະຫວັດຍາວນານ ກວ່າ 67 ປີ, ສໍາລັບ ບໍລິສັດ ທີບພະຍະປະກັນໄພ ຈໍາກັດ ສປປ ລາວ ມາເຖິງປະຈຸບັນແມ່ນກ້າວເຂົ້າສູ່ ປີທີ 4 ແລະ ສາມາດສ້າງລາຍຮັບໄດ້ເຖິງ 200 ລ້ານບາດ ຫລື ປະມານ 50 ຕືກວ່າກີບ. ໃນປີ 2017 ຜ່ານມາ. ນັບໄດ້ວ່າມີຄວາມຈະເລີນເຕີບໂຕຢ່າງກ້າວກະໂດດ ຂອງບໍລິສັດ ທິບພະຍະປະກັນໄພ ຈໍາກັດ ສປປ ລາວ. ສ່ວນ ທ່ານ ຫໍລະດີ ວໍຣະລາດ ກໍາມະການຜູ້ອໍານວຍການ ບໍລິສັດ ທິບພະຍະ ປະກັນໄພ ຈໍາກັດ ຍັງໄດ້ກ່າວຕື່ມວ່າ: ບໍລິສັດ ທິບພະຍະປະກັນໄພ ສປປ ລາວ ແມ່ນຍັງຄົງດໍາເນີນທຸລະກິດ ແລະ ຈະສຶບຕໍ່ພັດທະນາ ທຸລະກິດປະກັນໄພ ແລະ ປະກັນໄພຂີວິດ ໃຫ້ຈະເລີນເຕີບໃຫຍ່ ໄປຕໍ່ເນື່ອງໃນອະນາຄົດ ເພື່ອຜົນປະໂຫຍດຂອງສັງຄົມ ກໍ່ຄືປະຊາຊົນ ໃນ ສປປ ລາວ, ບໍລິສັດ ທິບພະຍະ ປະກັນໄພ ຈໍາກັດ ຍັງຢືນຍັນ ທີ່ຈະປະກອບສ່ວນທຸລະກິດ ດ້ວຍຄວາມສຸຈະລິດ ແລະ ທ່ຽງທໍາ, ບໍລິການດ້ວຍຄວາມຈິງໃຈ ໃຫ້ສົມກັບຄໍາຂວັນທີ່ວ່າ: ບໍລິສັດ ທິບພະຍະ ປະກັນໄພ ຄຽງຄູ່ດູແລທ່ານ ຕາມສັນຍາ.
ບໍລິສັດ ທິບພະຍະ ປະກັນໄພ ຈໍາກັດ ສປປ ລາວ ໃຫ້ບໍລິການໃນຫລາຍຮູບແບບ ເຊັ່ນ: ປະກັນໄພລົດຍົນ, ປະກັນໄພ ອັກຄີໄພ, ປະກັນໄພການຂົນສົ່ງ, ປະກັນໄພ ການເດີນທາງ, ປະກັນໄພ ສິນຄ້າ, ປະກັນຊີວິດ, ປະກັນສຸຂະພາບ, ປະກັນອຸປະຕິເຫດ ແລະ ການບໍລິການອື່ນໆ.
Editor: ກຳປານາດ ລັດຖະເຮົ້າ