ທິດຜ່ານມາ, ຢູ່ທີ່ສະໂມສອນໃຫຍ່ຂອງເມືອງວັງວຽງ ແຂວງວຽງຈັນ. ໄດ້ມີກອງປະຊຸມໃຫຍ່ຄັ້ງທີ່ 2 ຂອງສະມາຄົມເຮືອກາຍັກ. ກອງປະຊຸມໃຫຍ່ຄັ້ງນີ້ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສຸວຽງທອງ ວົງຈຳປາ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆວັງວຽງ. ມີບັນດາທ່ານຫົວຫນ້າຫ້ອງການອ້ອມຂ້າງ, ພະນັກງານທີ່ກ່ຽວຂ້ອງ ແລະ ສະມາຊິກເຮືອກາຍັກເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ບຸນເຫຼືອ ກຸນລະວົງ ຫົວຫນ້າສະມາຄົມເຮືອກາຍັກ ໄດ້ຂຶ້ນຜ່ານບົດສະຫຼຸບ ປະຈຳສົກປີ 2015 – 2016 ແລະ ທິດທາງແຜນການ ປະຈໍາສົກປີ 2017 – 2018 ວ່າ: ສະມາຄົມເຮືອກາຍັກແມ່ນອົງການຈັດຕັ້ງໜຶ່ງ ທີ່ສຳຄັນໃນການປະກອບສ່ວນເຂົ້າໃນວຽກງານການພັດທະນາເສດຖະກິດ-ສັງຄົມຂອງເມືອງວັງວຽງ. ສະມາຊິກທຸກຄົນມີຄວາມເຂົ້າໃຈເຊື່ອມຊື່ມຕໍ່ແນວທາງນະໂຍບາຍພັກ-ລັດເປັນຢ່າງດີ ໂດຍສະເພາະການດຳເນີນທຸລະກິດໄປຕາມລະບຽບກົດ ໝາຍວາງອອກ. ມີຄວາມສາມັກຄີເປັນເຈົ້າການໃນການບໍລິການຮັບໃຊ້ສັງຄົມເປັນຢ່າງດີ ເຊິ່ງມັນສະແດງອອກໃນການປະຕິບັດລະບຽບວິໃນຂອງສະມາຄົມວາງອອກຢ່າງເຂັ້ມງວດ.
ໃນ ປີ 2017 ກຸ່ມເຮືອກາຍັກ ມີຈຳນວນສະມະຊິກທັງໝົດ 24 ໜ່ວຍບໍລິການ, ໃນນັ້ນມີບໍລິສັດ ຈຳນວນ 6 ບໍລິສັດ, ມີສາຂາບໍລິສັດ 2 ສາຂາ, ມີໜ່ວຍບໍລິການ 16 ໜ່ວຍ, ນອກນີ້ຍັງມີໜ່ວຍປີ້ນຜາອີກ 4 ໜ່ວຍ, ມີຊີບລາຍ 6 ແຫ່ງ ຊຶ່ງເປັນທ່າແຮງ ແລະ ການເຕີບໂຕຂອງການຂະຫຍາຍກຸ່ມ ໃຫ້ມີຄວາມກ້າວໜ້າຕາມທິດຊີ້ນຳຂອງເມືອງໄດ້ວາງອອກ. ປະຈຸບັນນີ້ກຸ່ມເຮືອກາຍັກ ມີທັງໝົດ 591 ລຳ, ມີໄມ້ຟາຍ 1,216ໃບ, ມີເສື້ອຊູຊີບ 2,210 ຜືນ, ມີໝວກ 617 ໜ່ວຍ, ມີຖົງກັນນ້ຳ 1,170 ໜ່ວຍ, ມີ ພະນັກງານນຳທ່ຽວ ຈໍານວນ 384 ຄົນ, ສ່ວນທິດທາງແຜນການສູ້ຊົນໃນຕໍ່ໜ້າຈະເພີ່ມທະວີຈັດຕັ້ງເຊື່ອມຊຶມບັນດານິຕິກຳຕ່າງໆກໍ່ຄືກົດລະບຽບພາກສ່ວນທີ່ກ່ຽວຂ້ອງ, ຈະເພີ່ມທະວີຄວາມສາມັກຄີພາຍໃນສະມາຄົມເຮືອກາຍັກໃຫ້ໜັກແໜ້ນເຂັ້ມແຂງ.
ໃນກອງປະຊຸມຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະຊຸດໃໝ່ ໂດຍມີຜູ້ລົງສະໝັກ 10 ທ່ານ, ເລືອກເອົາ 5 ທ່ານ, ຜ່ານການປ່ອນບັດຄັດເລືອກເປັນເອກະພາບເລືອກໄດ້ ທ່ານ ບຸນເຫຼືອ ກຸນລະວົງ ເປັນຫົວໜ້າ, ທ່ານ ຫົງຄໍາ ໄຊຍະລີນຄໍາ ເປັນຮອງ ,ທ່ານ ແອ ນະຄອນສີ ເປັນຮອງ,ທ່ານ ບຸນທັນ ສຸວັນນະວົງ ເປັນຄະນະ, ທ່ານ ຫຼ້າວອນ ທິບສະດີ ເປັນຄະນະ ແລະ ຕອນທ້າຍກອງປະຊຸມ ທ່ານ ສຸວຽງທອງ ວົງຈໍາປາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆວັງວຽງ ກໍ່ຍັງໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ພ້ອມທັງແນ້ນຫນັກໃຫ້ຄະນະບໍລິຫານງານກຸ່ມເຮືອຄາຍັກ ຊຸດໃຫມ່ ສຶບຕໍ່ຈັດຕັ້ງປະຕິບັດວຽກງານຕາມຫນ້າທີ່ພາລະບົດບາດ ຂອງຕົນ ໃຫ້ຖືກຕ້ອງ-ສອດຄ່ອງ ຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ທິດຊີນໍາຂອງເມືອງວັງວຽງ ກໍານົດໃຫ້ ໄດ້ຮັບຜົນສໍາເລັດ ເທື່ອລະກ້າວດີຂື້ນເລື້ອຍໆ.
ແຫລ່ງຂ່າວ ທີມຂ່າວ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ