ຂົວຂ້າມນໍ້າເຊກອງ ທີ່ຈະເຊື່ອມຕໍ່ລະຫວ່າງ ເມືອງລະມາມ ທີ່ເປັນເຂດເທດສະບານແຂວງເຊກອງ ແລະ ເມືອງດາກຈຶງ, ເມືອງກະລຶມ ໄດ້ສ້າງສໍາເລັດແລ້ວ ແລະ ປະຈຸບັນພວມເຮັດການຕົບແຕ່ງກະກຽມການເປີດການນໍາໃຊ້ຢ່າງເປັນທາງການ.
ຂົວຂ້າມນ້ຳເຊກອງດັ່ງກ່າວ ຈະຊ່ວຍປະກອບສ່ວນໃຫ້ແກ້ການພັດທະນາເສດຖະກິດ-ສັງຄົມກໍ່ຄືການຄົມມະນາຄົມພາຍໃນແຂວງເຊກອງໃຫ້ມີຄວາມສະດວກ ແລະ ລວມໄປເຖິງການເຂົ້າເຖິງການບໍລິການດ້ານສາທາລະນະສຸກ, ການສຶກສາ ແລະ ເປັນການເປີດຕະຫຼາດໃໝ່ໃຫ້ແກ່ເຂດທີ່ຖືກຈັດໃຫ້ເປັນໜຶ່ງໃນເມືອງທຸກຍາກທີ່ສຸດໃນບັນດາແຂວງຕ່າງໆ ຂອງ ສປປ ລາວ.
ນອກນັ້ນ ຍັງຄາດວ່າໃນອະນາຄົດ ຂົວດັ່ງກ່າວ ຈະກາຍເປັນສ່ວນໜຶ່ງຂອງແລວທາງຂົນສົ່ງລະຫວ່າງ ປະເທດ ທີ່ເຊື່ອມຈອດ ລະຫວ່າງ ພາກໃຕ້ຂອງລາວ ກັບ ທ່າເຮືອດານັງ ຂອງ ສສຫວຽດນາມ ໂດຍກົງ.
Editor: ອົງການຮ່ວມມືສາກົນຢີປຸ່ນ