ທ່ານນາງ ສຸໄພວັນ ທ່ຽງຈັນໄຊ, ຮອງຜູ້ອໍານວຍການບໍລິສັດ ບົວລະພາ ກະສິກໍາ-ປ່າໄມ້ ຈໍາກັດ ໄດ້ໃຫ້ສຳພາດກັບສື່ມວນຊົນ ໃນໂອກາດນຳສິນຄ້າຜະລິດຕະພັນເຟີນິເຈີ ທີ່ເຮັດຈາກໄມ້ປູກຂອງໂຮງງານ ເປັນຕົ້ນ: ໄມ້ວິກ, ໄມ້ສັກ ແລະ ໄມ້ກະຖິນນາລົງ ເຂົ້າຮ່ວມງານວາງສະແດງສິນຄ້າເຟີນິເຈີໄມ້ລາວ ຄັ້ງທີ 4 ປະຈໍາປີ 2018 ບອກວ່າ: ບໍລິສັດມີຄວາມພາກພູມໃຈຫລາຍທີ່ໄດ້ເຂົ້າຮ່ວມງານດັ່ງກ່າວ ແລະ ໄດ້ນຳຜະລິດຕະພັນທີ່ເຟີນິເຈີ ທີ່ບໍລິສັດໄດ້ອອກແບບໃຫມ່ເຂົ້າຮ່ວມງານຫລາຍຮ້ອຍລາຍການ ເຊັ່ນ: ໂຕະຊຸດ, ໂຄມໄຟ, ຕຽງນອນ ຖາດວາງຈອກ, ຕັ່ງແລະ ອື່ນໆເຂົ້າຮວມ.
ເຖິງແມ່ນວ່າຜ່ານມາຕະຫລາດຈຳຫນ່າຍສິນຄ້າຂອງບໍລິສັດ ບົວລະພາ ສ່ວນໃຫຍ່ ຈະເປັນຕະຫລາດຂອງຕ່າງປະເທດ ເປັນຕົ້ນ: ເອີລົບ ກໍ່ຕາມ, ແຕ່ເມື່ອໄດ້ນໍາສິນຄ້າມາວາງສະແດງ ແລະ ຂາຍພາຍໃນງານ ກໍ່ເຫັນວ່າຄົນລາວໃຫ້ຄວາມສົນໃຈຫລາຍສົມຄວນ ພ້ອມທັງໃຫ້ການຍອມຄວາມເປັນມາດຕະຖານສາກົນຂອງສິນຄ້າ ທີ່ຜະລິດຈາກໂຮງງານ ບົວລະພາ.
ທ່ານນາງ ສຸໄພວັນ ກ່າວຕື່ມວ່າ: ໃນໂອກາດ ປະເທດລາວເປີດປີທ່ອງທ່ຽວລາວ ປີ 2018 ສຳລັບ ບໍລິສັດ ບົວລະພາ ແມ່ນໄດ້ຜະລິດສິນຄ້າ ມີລັກສະນະທີ່ນ້ອຍ ສາມາດຊື້ຕິດມືກັບເຮືອນໄດ້ເລີຍ ເຊັ່ນ: ໂຄມໄຟ ຖາດວາງຈອກ, ຊັ້ນວາງເກີບ, ທີ່ໃສ່ນາມບັດ ເປັນຕົ້ນ.
ຊຶ່ງເຄື່ອງທີ່ລະນຶກໃຫ້ນັກທ່ອງທ່ຽວ ຖືວ່າເປັນສິນຄ້າອີກຢ່າງຫນຶ່ງທີ່ສາມາດນຳເງິນໄດ້ຢ່າງມະຫາສານ, ເພາະຈຸດເດັ່ນຂອງສິນຄ້າຫລາຍໆຊະນິດ ທີ່ນັກທ່ອງທ່ຽວໄດ້ເລືອກຊື້ ລ້ວນແລ້ວແຕ່ຜະລິດຈາກ ສີໄມລາຍມືຄົນຂອງລາວ ແລະ ເປັນເອກະລັກສະເພາະຂອງລາວ ໂດຍສະເພາະ ຫັດຖະກຳໄມ້ແລະ ຫວາຍ ຊຶ່ງຫັດຖະກຳປະເພດນີ້ ຈະມີລວດລາຍເປັນເອກະລັກສະເພາະຂອງຄົນລາວ ທີ່ຜະລິດຈາກສີໄມ້ລາຍມືຂອງຄົນລາວເຜົ່າຕ່າງໆ ເຊິ່ງມີຄວາມແຕກຕ່າງຂອງແຕ່ລະຊົນເຜົ່າຢ່າງຊັດເຈນ, ມີຄຸນນະພາບດີ, ລາຄາກໍ່ບໍ່ແພງປານໃດ ມີໃຫ້ເລືອກຫລາຍຂະໜາດຕາມຄວາມຕ້ອງການ.
ມີສຽງສຳພາດທ່ານນາງ ສຸໄພວັນ ທ່ຽງຈັນໄຊ, ຮອງຜູ້ອໍານວຍການບໍລິສັດ ບົວລະພາ ກະສິກໍາ-ປ່າໄມ້ ຈໍາກັດ ມາໃຫ້ຮັບຟັງ.
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ