ໃນເວລາປະມານ 14 ໂມງ 30 ນາທີ ຂອງວັນທີ 10 ມັງກອນ 2018 ນີ້ ເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີ ວ່າ: ຈະມີການເຄື່ອນໄຫວຄ້າ-ຂາຍຢາເສບຕິດ ຢູ່ເຮືອນຂອງ ທ້າວ ກອງ ອາຍຸ 44 ປີ, ອາຊີບ ປະຊາຊົນ, ບ້ານ ຫວ້າ ເມືອງບໍລິຄັນ ແຂວງບໍລິຄຳໄຊ, ຈາກນັ້ນ ເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ຈຶ່ງໄດ້ນຳກຳລັງເຂົ້າກວດຄົ້ນເຮືອນຂອງທ້າວ ກອງ, ຕາມຄຳສັ່ງກວດຄົ້ນເຄຫາສະຖານ ສະບັບເລກທີ 61/ອຍກ.ຂ ລົງວັນທີ 09 ມັງກອນ 2018 ຂອງອົງການໄອຍາການປະຊາຊົນເຂດ I ແຂວງບໍລິຄໍາໄຊ ຈຶ່ງພົບເຫັນຂອງກາງປະເພດຢາບ້າ ຈຳນວນ 153 ເມັດ ຊຸກເຊື່ອງໄວ້ໃນຖົງເສື້ອຂອງຜູ້ກ່ຽວ , ສະນັ້ນເຈົ້າໜ້າທີ່ ຈື່ງກັກຕົວຜູ້ກ່ຽວພ້ອມຂອງກາງມາດຳເນີນຄະດີຕາມລະບຽບກົດໝາຍ.
ຜ່ານການສຶບສວນ-ສອບສວນຂອງເຈົ້າໜ້າທີ່ ທ້າວ ກອງ ໄດ້ຮັບສາລະພາບໃນເບື້ອງຕົ້ນວ່າ: ໃນວັນທີ 08 ມັງກອນ 2018 ເວລາ 07 ໂມງເຊົ້າ ຜູ້ກ່ຽວໄດ້ຂັບຂີ່ລົດຈັກ ເວບຈີນ ສີຂຽວ ບໍ່ມີທະບຽນ ລົງໄປຊື້ຢາບ້າ ນໍາທ້າວ ກ ນາມສົມມຸດ , ຢູ່ບ້ານທົ່ງນາມີ ເມືອງປາກກະດິງ ແຂວງບໍລິຄຳໄຊ ຈຳນວນ 160 ເມັດ, ໃນລາຄາເມັດລະ 6.000 ກີບ, ຕົກເປັນເງີນ 960.000 ກີບ, ເມື່ອ ທ້າວ ກອງ ຊື້ຢາບ້າໄດ້ແລ້ວຜູ້ກ່ຽວຍັງໄດ້ນອນຄ້າງຢູ່ເຮືອນຂອງຜູ້ຮ່ວມຂະບວນການນຳກັນໜຶ່ງຄືນ, ມາຮອດວັນທີ່ 09 ມັງກອນ 2018 ເວລາປະມານ 08 ໂມງ, ຂອງມື້ຕໍ່ມາຜູ້ກ່ຽວຈຶ່ງໄດ້ຂີ່ລົດຈັກມຸ້ງໜ້າກັບຄືນມາ ບ້ານຫວ້າ ເມືອງບໍລິຄັນ ແຂວງບໍລິຄຳໄຊ ເພື່ອນຳເອົາຢາບ້າຈຳນວນດັ່ງກ່າວມາຂາຍໃຫ້ໄວລຸ້ນພາຍໃນບ້ານ ແລະ ບ້ານໄກ້ຄຽງ, ຂາຍໃນລາຄາເມັດລະ 10.000 ກີບ, ມາຮອດວັນທີ່ 10 ມັງກອນ 2018 ຜູ້ກ່ຽວໄດ້ຂາຍຢາບ້າໄປແລ້ວຈໍານວນ 07 ເມັດ, ໄດ້ເງີນ 150.000 ກີບ, ຍັງເຫຼືອຢາບ້າ 153 ເມັດ ທີ່ຜູ້ກ່ຽວເກັບຮັກສາຢາບ້າໄວ້ໃນກະປຸກນ້ອຍສີຂາວ ແລ້ວຊຸກເຊື່ອງໄວ້ໃນຖົງເສື້ອ, ມາຮອດເວລາປະມານ 15 ໂມງ 45 ນາທີ ຂອງວັນທີ່ 10 ມັງກອນ 2018 ທາງເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງບໍລິຄັນ ຈຶ່ງນໍາກຳລັງເຂົ້າກັກຕົວ ທ້າວ ກອງ ພ້ອມຂອງກາງປະເພດຢາບ້າ ຈຳນວນ 153 ເມັດ ແລະ ໂທລະສັບ 01 ໜ່ວຍ. ທ້າວ ກອງ ຍັງໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ອີກວ່າ: ຕົນແມ່ນໄດ້ເຄື່ອນໄຫວຄ້າ-ຂາຍ ຢາບ້າ ມາແຕ່ ເດືອນ 10 ປີ 2017 ຈົນເຖີງປະຈຸບັນ, ຢາບ້າທີ່ຊື້ມາເສບ ແລະ ຂາຍແຕ່ລະຄັ້ງນັ້ນແມ່ນຊື້ນຳພວກຮ່ວມຂະບວນການນຳກັນ ຢູ່ບ້ານທົ່ງນາມີ ເມືອງປາກກະດີງ ແຂວງບໍລິຄຳໄຊ, ຊື້ມາແລ້ວຫຼາຍຄັ້ງ, ຊື້່ຄັ້ງລະ 100 ຫາ 160 ເມັດ.
ຜ່ານການສຶບສວນ-ສອບສວນຂອງເຈົ້າໜ້າທີ່ວິຊາສະເພາະ ສາມາດສັງເກດຕີລາຄາໄດ້ວ່າ: ຜູ້ກ່ຽວແມ່ນມີເຈດຕະນາເຄື່ອນໄຫວເສບ ແລະ ຄ້າ-ຂາຍຢາບ້າ ຢ່າງແທ້ຈິງ, ການກະທຳດັ່ງກ່າວແມ່ນຜິດໃນ ມາດຕາ 146 ຂອງກົດໝາຍອາຍາສະບັບປັບປຸງ ແຫ່ງ ສປປ ລາວ ປະຈຸບັນ ທາງເຈົ້າໜ້າທີ່ພວມສືບຕໍ່ຕິດຕາມຫາພັກພວກຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.
Editor: ປກສ ແຂວງບໍລິຄຳໄຊ