ສາພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ກອງປະຊຸມພົບປະນັກທຸລະກິດ ສປປລາວ ແລະ ສ. ສະໂລວັກ ຂື້ນ ໃນວັນທີ 16 ມັງກອນ 2018 ທີ່ ສາພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທີ່ນະຄອນຫຼວງວຽງຈັນ, ໂດຍການ ເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງລັດຖະມົນຕີແຫ່ງ ສປປ ລາວ, ລັດຖະມົນຕີກະຊວງການເງີນ ພ້ອມດ້ວຍ ທ່ານ ປີເຕີ້ ຄາສິເມຍ ( peter Kazimir ) ລັດຖະມົນຕີກະຊວງການເງີນ ສ. ສະໂລວັກ, ພ້ອມດ້ວຍບັນດາ ນັກທຸລະກິດ ຫລາຍຂະແໜງການ ທັງສອງປະເທດເຂົ້າຮ່ວມ.
ໃນໂອກາດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ ໄດ້ສະແດງຄວາມຍີນດີຕອນຮັບອັນອົບອຸນມາຍັງ ທ່ານ ລັດຖະມົນຕີກະຊວງການເງີນ ແລະ ຄະນະນັກທຸລະກິດ ສ. ສະໂລວັກ ທີ່ເດີນທາງມາຢ້ຽມຢາມ ສປປລາວ ໃນຄັ້ງນີ້ ຊຶ່ງເປັນນິມິດໝາຍອັນໜຶ່ງທີ່ຢັ້ງຢືນໃຫ້ເຫັນເຖິງ ຄວາມມຸ້ງໝັ້ນຂອງ ສ. ສະໂລວັກ ເພື່ອຫັດແຫນ້ນສາຍພົວພັນມິດຕະພາບ ແລະ ເສີ່ມຂະຫຍາຍການພົວພັນຮ່ວມມືອັນດີ ລະຫວ່າງ ສອງປະເທດ ສປປລາວ ແລະ ສ. ສະໂລວັກ ນັບມື້ນັບແໜ້ນແຟ້ນຍິ່ງໆຂື້ນ.
ຈຸດປະສົງແມ່ນເພື່ອ ສົ່ງເສີມການຮ່ວມມືດ້ານເສດຖະກິດ - ການຄ້າ ລະຫວ່າງ ລາວ ແລະ ສະໂລວັກ, ເພື່ອປືກສາຫາລື ສຶກສາຂໍ້ມູນ ແລະ ແລກປ່ຽນທາງດ້ານການຄ້າ - ການລົງທືນໃນຂະແໜງການດ້ານ ໄອຊີທີ, ສື່ມວນຊົນ, ການບໍລິການ, ທ່ອງທ່ຽວ, ການຄ້ານໍາເຂົ້າ - ສົ່ງອອກ, ການສຶກສາ, ອຸດສາຫະກໍາດ້ານອາຫາ-ເຄື່ອງດື່ມ, ການຂົນສົ່ງ, ນະວັດຕະກໍາດ້ານ ກະສິກໍາ, ການຢາ ແລະ ການອອກແບບໂຄງສ້າງເສັ້ນທາງຕ່າງໆ, ນອກນັ້ນທັງສອງຝ່າຍ ສປປລາວ ແລະ ສ. ສະໂລວັກ ຍັງໄດ້ປຶກສາຫາລື ແລກປ່ຽນຂໍ້ມູນຂ່າວສານ ການຮ່ວມມື ພ້ອມທັງລາຍງານສະພາບເສດຖະກິດ - ສັງຄົມ ແລະ ທ່າແຮງບົ່ມຊ້ອນ ປະເທດຂອງຕົນ ເພື່ອສ້າງຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ ເຮັດໃຫ້ການການຢ້ຽມຢາມ ແລະ ເຮັດວຽກ ຂອງ ຄະນະນັກທຸລະກິດ ສ. ສະໂລວັກ ຢູ່ ສປປ ລາວ ຄັ້ງນີ້ ເປັນນິມິດໝາຍອັນດີຂອງການຮ່ວມມື ໃນອານາຄົດ.
Editor: ກຳປານາດ ລັດຖະເຮົ້າ