ພວມເລັ່ງຕັ້ງເຮືອນຮອງຮັບຜູ້ຖືກກະທົບຈາກເຂື່ອນນ້ຳອູ 7 ຂະນະນີ້ບໍລິສັດຮັບເໝົາພວມເລັ່ງມືກໍ່ສ້າງເຮືອນຈັດສັນໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້ານ້ຳອູ 7 ທີ່ແຂວງຜົ້າງສາລີ. ຕາມຂໍ້ມູນຈາກພະແນກໂຍທາທິການ ແລະຂົນສົ່ງ ແຂວງຜົ້ງສາລີໃຫ້ຮູ້ວ່າ: ຫນ້າວຽກເບື້ອງຕົ້ນແມ່ນໄດ່ສຳເລັດການຕັດຜັງບ້ານສົບກັ້ງເມືອງຜົ້ງສາລີ ແລະ ສືບຕໍ່ຕິດຕາມການກໍ່ສ້າງເຮືອນຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນນໍ້າອູ 7 ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການໃຫ້ໄຕາມແບບ ແລະ ເຕັກນິກຂອງກະຊວງ ຍທຂ ວາງອອກ. ທັ້ງນີ້ກໍ່ເພື່ອໃຫ້ບ້ານຈັດສັນດັ່ງກ່າວນີ້ ສຳເລັດຕາມລະດັບຄາດໝາຍ ແລະ ສາມາດເຄື່ອນຍ້າຍປະຊາຊົນຜູ້ໄດ້ຮັບຜົນກະທົບມາຢູ່ຕາມກຳນົດເວລາ
Editor: ກຳປານາດ ລັດຖະເຮົ້າ