ຕາມການລາຍງານຈາກ ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງໆວຽງຈັນ ໃຫ້ຮູ້ວ່າ: ໃນປີ 2017 ຜ່ານມາ ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວຕໍ່ເນື່ອງດ້ວຍຈັງຫວະທີ່ໝັ້ນທ່ຽງ, ໂຄງປະກອບເສດຖະກິດ ມີການຫັນປ່ຽນ ຕາມທິດອຸດສາຫະກຳທັນສະໄໝ ໄປສູ່ ອຸດສາຫະກຳ-ການບໍລິການເທື່ອລະກ້າວ, ລວມຍອດຜະລິດຕະພັນພາຍໃນ ຫລື GDP ບັນລຸ 8,21% ເຊິ່ງສ້າງມູນຄ່າເພີ່ມໄດ້ 6.000 ຕື້ກວ່າກີບ, ສະເລ່ຍໃສ່ຫົວຄົນ14 ລ້ານກວ່າກີບ/ຄົນ.
ສ່ວນການເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 201 ຕື້ກວ່າກີບ ເທົ່າກັບ 123,47% ຂອງແຜນການ,ດ້ານລາຍຈ່າຍປະຕິບັດໄດ້ 591 ຕື້ກວ່າກີບເທົ່າກັບ 94,83%ຂອງແຜນການປີ, ການຜະລິດເປັນສິນຄ້າ ຂອງຫົວໜ່ວຍທຸລະກິດ ແລະ ປະຊາຊົນໄດ້ເປັນຂະບວນຟົດຟື້ນ ອັນໄດ້ສ້າງລາຍຮັບໃຫ້ແກ່ຄອບຄົວ ເປັນຮູບປະທຳຫລາຍກວ່າເກົ່າ, ພ້ອມນີ້ຂະບວນການປູກຝັງ-ລ້ຽງສັດ ກໍເປັນຂະບວນກວ້າງຂວາງ ແລະ ພື້ນຖານໂຄງລ່າງ ຖະໜົນຫົນທາງ ກໍໄດ້ຮັບການກໍ່ສ້າງ ແລະ ສ້ອມແປງຫລາຍແຫ່ງ.
Editor: ຂ່າວສານປະເທດລາ