ໃນກາງເດືອນມັງກອນ 2018 ນີ້. ອົງການພຣະພຸດທະສາດສະໜາສຳພັນລາວເຂດສົງ ສະຜ່າຍ ເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ເປີດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວໄລຍະ 1 ປີ ແລະ ກຳນົດແຜນການ 1 ປີຕໍ່ໜ້າ ເຊີ່ງກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ວັດໃຫ່ຍ ພູກະແຕ ບ້ານສະຜ່າຍ, ພາຍໃຕ້ເຂົ້າຮ່ວມເປັນປະທານຂອງພຣະ ອາຈານໃຫ່ຍ ຄໍາພັກ ພົມມະໄຊ ຮອງປະທານ ອພສ ແຂວງຈຳປາສັກສັກ, ປະທານ ອພສ ເມືອງຊະນະສົມບູນ ແລະ ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ ສົມບູນ ໄຊຍະແສງ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ມີຄະນະ ອພສ 5 ເຂດ ພ້ອມດ້ວຍພຣະສົງສໍາມະເນນ ຕະຫຼອດຮອດອໍານາດການປົກຄອງ, ພໍ່ແມ່ປະຊາຊົນໄດ້ເຂົ້າຮ່ວມຢ່າງພ້ອມພຽງ
ກອງປະຊຸມຄັ້ງນີ້ ພຣະອາຈານ ບົວແກ້ວ ແກ້ວວົງສາ ກຳມະການແນວລາວສ້າງຊາດແຂວງຈຳປາສັກ ປະທານອົງການພຣະພຸດທະສາດສະໜາສຳພັນລາວເຂດສົງສະຜ່າຍ ທັງເປັນຜູ້ອຳນວຍການໂຮງຮຽນມັດທະຍົມຕົ້ນສົງສະຜ່າຍ. ໃຫ້ກຽດຂື້ນຜ່ານຂໍ້ຕົກລົງຂອງປະທານອົງການພຣະພຸດທະສາສະໜາ ເມືອງຊະນະສົມບູນ ວ່າດ້ວຍການແຕ່ງຕັ້ງຄະນະຫ້ອງການ ອພສ ເມືອງຊະນະສົມບູນ, ຜ່ານບົດສະຫຼູບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ 1 ປີຕໍ່ໜ້າ, ເຊີ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານໂດຍສະເພາະ ອພສ ເຂດສົງ ສະຜ່າຍ ໄດ້ສົມທົບກັບອົງການຈັດຕັ້ງພັກ-ລັດ ອຳນາດການປົກຄອງ ພໍ່ແມ່ປະຊາຊົນທີ່ກ່ຽວຂ້ອງປະກອບສ່ວນທາງດ້ານທຶນຮອນເຂົ້າໃນການກໍ່ສ້າງ, ບູລະນະປະຕິສັງຂອນວັດວາອາຮາມ ໃຫ້ຈະເລີນຮຸ່ງເຮືອງ, ເປັນເຈົ້າການອະນຸລັກຮັກສາ,ວັດທະນະທຳ, ຮີດຄອງປະເພນີອັນດີງາມໄວ້ຢ່າງຍືນຍົງ, ເຕົ້າໂຮມຄວາມສາມັກຄີຂອງພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຢ່າງແໜ້ນແຟ້ນ
ໃນຕອນທ້າຍພຣະ ອາຈານ ຄໍາພັກ ພົມມະໄຊ ຮອງປະທານ ອພສ ແຂວງຈຳປາສັກ ປະທານອົງການພຣະພຸດທະສາສະໜາສຳພັນລາວ ເມືອງຊະນະສົມບູນ, ໄດ້ໃຫ້ຄໍາໂອວາດ ເພື່ອຊຸກຍູ້ ແລະ ສົ່ງເສີມວຽກງານພຣະພຸດທະສາດສະໜາ ພ້ອມທັງກ່າວເປີດງານປະຣິວາດສະກຳປະຈຳປີຂອງເຂດສົງ ສະຜ່າຍອິກດ້ວຍ
ແຫລ່ງຂ່າວ ທີມຂ່າວເມືອງຊະນະສົມບູນ
Editor: ກຳປານາດ ລັດຖະເຮົ້າ