ກົມກວດກາປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຜ່ານຮ່າງ ພາລະບົດບາດ ຂອງກອງກວດກາປ່າໄມ້ ລະດັບນະຄອນຫລວງ ແລະ ລະດັບແຂວງ ຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມກົມກວດກາປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້. ໂດຍການເປັນປະທານ ຂອງທ່ານ ລິນທອງ ດວງພະຈັນ ຫົວຫນ້າກົມກວດກາປ່າໄມ້, ພ້ອມນີ້ເຂົ້າຮ່ວມມີ ບັນດາຮອງກົມ, ບັນດາຫົວຫນ້າ-ຮອງຫົວຫນ້າກອງກວດກາປ່າໄມ້ ແຂວງ ແລະ ນະຄອນຫລວງ, ພະນັກງານຫລັກແຫລ່ງ ແລະ ເຈົ້າຫນ້າທີ່ກວດກາປ່າໄມ້ ເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນກອງປະຊຸມ ຄັ້ງນີ້ ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງ ການຜ່ານຮ່າງລາຍງານພາລະບົດບາດ ຂອງກອງກວດກາປ່າໄມ້ ແລະ ພ້ອມກັນນັ້ນ ຍັງໄດ້ມີການປະກອບຄໍາຄິດເຫັນ ໃສ່ຮ່າງລາຍງານ ດັ່ງກ່າວ ເຊີ່ງປະກອບດ້ວຍ 6 ຫມວດ 15 ມາດຕາ. ທັງນີ້ ກໍ່ເພື່ອເປັນບ່ອນອິງ ໃຫ້ແກ່ການຈັດຕັ້ງປະຕິບັດ ໃນການເຄື່ອນໄຫວຂອງກອງກວດກາປ່າໄມ້ ໃນລະດັບແຂວງ ແລະ ນະຄອນຫລວງ, ໂດຍແນໃສ່ກວດກາການຈັດຕັ້ງປະຕິບັດຕາມກົດຫມາຍ ລວມທັງບັນດານິຕິກໍາຕ່າງໆ ທີ່ກ່ຽວຂ້ອງກັບການປົກປັກຮັກສາຊັບພະຍາກອນປ່າໄມ້ ໃຫ້ມີຄວາມເຂັ້ມງວດ ແລະ ນອກຈາກນີ້ ຜູ້ເຂົ້າຮ່ວມ ຍັງໄດ້ພ້ອມກັນປະກອບຄໍາເຫັນ ໃສ່ຮ່າງບົດລະຫລຸບວຽກງານ, ການດໍາເນີນຄະດີ ເພື່ອກະກຽມນໍາສະເຫນີລາຍງານຕໍ່ກອງປະຊຸມປ່າໄມ້ ທົ່ວປະເທດ ເຊີ່ງຈະໄດ້ຈັດຂື້ນ ໃນມໍ່ໆນີ້.
Editor: ກຳປານາດ ລັດຖະເຮົ້າ