ເມື່ອບໍ່ດົນມານີ້ ສະຫາພັນແມ່ຍິງ ເມືອງຈັນທະບູລີ ໄດ້ຈັດກອງປະຊຸມສະຫລຸບວຽກງານກອງທຶນເງີນທ້ອນ ປະຈໍາປີຂື້ນ ທີ່ສໍານັກງານປົກຄອງເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານນາງ ຄໍາໄພ ລັດສະຫມີ ຄະນະບໍລິຫານງານສະຫາພັນແມ່ຍິງລາວ, ປະທານສະຫາພັນແມ່ຍິງ ນະຄອນຫລວງວຽງຈັນ, ມີ ທ່ານນາງ ບົວລອດ ວົງດາລາແສນ ເຈົ້າເມືອງຈັນທະບູລີ, ພ້ອມນີ້ ຍັງມີແຂກ ແລະ ສະຫາພັນແມ່ຍິງເມືອງ, ບ້ານ ທົ່ວເມືອງ ເຂົ້າຮ່ວມ.
ກອງທຶນເງີນທ້ອນ ເມືອງຈັນທະບູລິ ສ້າງຕັ້ງຂື້ນໃນປີ 2010 ມີນໍາກັນ 30 ບ້ານ, ຈຸດປະສົງໃນການສ້າງຕັ້ງກອງທຶນເງິນທ້ອນ ເພື່ອເປັນການສົ່ງເສີມເສີມ ຄວາມຮູ້-ຄວາມສາມາດ ໃຫ້ແກ່ແມ່ຍິງ ໃນການພັດທະນາ ເຊັ່ນ: ພັດທະນາຄອບຄົວ, ພັດທະນາຊຸມຊົນ, ແນ່ໃສ່ເຮັດໃຫ້ຄອບຄົວຫລຸດພົ້ນຈາກຄວາມທຸກຍາກ ແລະ ປະກອບສ່ວນຊຸກຍູ້ເສດຖະກິດ-ສັງຄົມ ໃນຊັ້ນບ້ານ. ໃຫ້ມີຄວາມເຂັ້ມແຂງ ແກ່ການຈັດຕັ້ງສະຫາພັນແມ່ຍິງ ໃນແຕ່ລະຂັ້ນ ໄດ້ມີຄວາມສາມາດໃນການບໍລິຫານວຽກງານຂອງກອງທຶນ ຕິດພັນກັບວຽກງານພັດທະນາສົ່ງເສີມລາຍຮັບແກ່ຄອບຄົວ ເພື່ອລຶລລ້າງຄວາມທຸກຍາກ ແລະ ປັບປຸງຄຸນນະພາບຊີວິດການເປັນຢູ່ ໃຫ້ດີຂື້ນເລື້ອຍໆ ສາມາດເພີ່ງພາຄົນເອງ-ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ມາໃນປີ 2018 ທົ່ວເມືອງຈັນທະບູລີ ສາມາດທ້ອງເງິນໄດ້ທັງໝົດ 19 ຕື້ 118 ລ້ານ 5 ແສນກວ່າກີບ, ແລະ ມີສາມາຊິກທັງໝົດ 5 ພັນ 766 ຄົນ, ໃນນັ້ນ ໄດ້ປ່ອຍໃຫ້ສາມາຊິກກູ້ຢຶມ ໄປເຮັກຈິດຈະກໍາການຜະລິດ, ການປູກຝັງລ້ຽງສັດ, ຫັດຖະກໍາຕໍາຫູກ, ສ້ອມແປງເຮືອນ ທີ່ຢູ່ອາໃສ, ແກ້ໄຊຄວາມຈໍາເປັນຂັດສົນ ໃນຄອບຄົວ ແລະ ອື່ນໆ. ຈໍານວນ 17 ຕື້ 305 ລ້ານກວ່າກີບ. ແລະ ຍ້ອນຄວາມເອົາໃຈໃສ່ຂອງອົງຄະນະພັກເມືອງ ກໍ່ຄືຄະນະສະຫາພັນແມ່ຍິງ ແຕ່ລະຂັ້ນ ລວມທັງພາກສ່ວນທີ່ກ່ຽວຂ້ອງ ຈິ່ງເຮັດໃຫ້ກອງທຶນເງິນທ້ອນ ເມືອງຈັນທະບູລີ ມີຄວາມເຂັ້ມແຂງ ສາມາດລະດົມສະມາຊິກ ພາຍໃນບ້ານ ມາຝາກຢ່າງເປັນປົກກະຕີ ເຮັດໃຫ້ມີເງິນຫມູນວຽນ ສໍາລັບກູ້ຢືມ ແລະ ບໍລິຫານວຍກງານຕ່າງໆ ໄດ້ເປັນ ຢ່າງດີ.
ສໍາລັບໃນປີ 2018 ທາງຄະນະບໍລິຫານງານ ກອງທຶນແຕ່ລະຂັນ ແມ່ນຈະໄດ້ສຶບຕໍ່ຕາມທິດຊີ້ນໍາຈາກອົງຄະນະປົກຄອງເມືອງຈັນທະບູລີ ແຕ່ລະຂັນ ໃນການລົງຕິດຕາມຊຸກຍູ້ສົ່ງເສີມກວດກາກອງທຶນ ໃນແຕ່ລະບ້ານ ຢ່າງເປັນປົກກະຕີ ແລະ ພ້ອມກັນນັ້ນ ກໍ່ຈະສຶບຕໍ່ປົກລະດົມໃຫ້ປະຊາຊົນ ເຂົ້າມາເປັນສາມາຊິກໃຫ້ຫລາຍຂື້ນ, ໃນກອງປະຊຸມ ຄັ້ງນີ້ ຄະນະປະທານ ຍັງໄດ້ມອບໃບຍ້ອງຍໍ ໃຫ້ກັບຄະນະບໍລິຫານກອງທຶນເງິນທ້ອນ ເມືອງ ແລະ ສາຫະພັນແມ່ຍິງ ກອງທຶນເງິນທ້ອນ ບ້ານ ຈໍານວນ 14 ບ້ານ ທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວວຽກງານ ໃນໄລຍະຜ່ານມາ.
Editor: ກຳປານາດ ລັດຖະເຮົ້າ