ເຊິ່ງປີນີ້ເປັນຄັ້ງທີ 4 ທີ່ ສະມາຄົມເຟີນິເຈີລາວຈັດງານນີ້ຂຶ້ນ, ຂະນະທີ່ສິນຄ້າໃນງານເຫັນຮູບແບບການຜະລິດທີ່ແຕກຕ່າງຈາກທີ່ຜ່ານມາ ຄື: ໃຊ້ໄມ້ໃນການຜະລິດໜ້ອຍກວ່າທຸກປີ ແຕ່ສິ່ງທີ່ເພີ່ມ ຄື ລາຍການສິນຄ້າທີ່ຫຼາຍຂຶ້ນ.
ສ່ວນທາງດ້ານທ່ານ ກອງມາລາ ພົມມາໄລ ຮອງປະທານ ສະມາຄົມເຟີນີເຈີລາວ ກ່າວໃນພິທີເປີດງານວ່າ: ງານຄັ້ງນີ້ມີຂຶ້ນເພື່ອເປັນການ ໂຄສະນາ ສິນຄ້າເຟີນີເຈີໄມ້ລາວ ເປັນການແລກປ່ຽນ ບົດຮຽນ ແລະ ປະສົບການດ້ວຍກັນຂອງຫົວໜ່ວຍເຟີນີເຈີ ໃຫ້ມີຜະລິດຕະພັນອອກຮັບໃຊ້ສັງຄົມ ພ້ອມທັງສະແດງຜົນງານ ທີ່ໄດ້ຄົ້ນຄິດປະດິດສ້າງ ໂດຍໃຊ້ນາຍຊ່າງທີ່ມີຄວາມຊໍານິຊໍານານ ໃຫ້ທ່ານເລືອກຊື້ ເລືອກຊົມໃຊ້.
ຂະນະທີທ່ານ ຄຳໄພ ສົມຊະນະ ປະທານ ສະມາຄົມເຟີນີເຈີລາວ ກ່າວວ່າ: ງານຄັ້ງນີ້ ມີຄວາມໝາຍຄວາມສຳຄັນຕໍ່ການພັດທະນາເຟີນີເຈີລາວ ເພື່ອພ້ອມກັນ ຊຸກດັນ ການວາງສະແດງ, ການແລກປ່ຽນ ບົດຮຽນ ຂອງຜູ້ປະກອບການ ເຂົ້າມາໂຮມກັນ ສ້າງມູນຄ່າສິນຄ້າ ເຟີນີເຈີລາວ, ປະກອບສ່ວນສ້າງວຽກເຮັດງານທຳ, ດຶງດູດການລົງທຶນ ພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃນຂົງເຂດເຟີນີເຈີໄມ້ ເພື່ອການແຂ່ງຂັນ ກັບພາກພື້ນ ແລະ ສາກົນ ພ້ອມດຽວກັນນັ້ນ ຫຼາກຫຼາຍລາຍການ ທີ່ເຄີຍໃຊ້ໄມ້ເນື້ອແຂງ ແຕ່ປັດຈຸບັນກໍ່ຫັນມາໃຊ້ໄມ້ເນື້ອອ່ອນປະສົມປະສານຫຼາຍຂຶ້ນ.
ດ້ານທ່ານທ່ານ ນາງ ໄມພອນ ເພັງພະຈັນ ເຈົ້າຂອງຮ້ານຂາຍຜະລິດຕະພັນໄມ້ ຊັບທະວີ ຫນຶ່ງໃນຜູ້ປະກອບການທີ່ນຳສິນຄ້າເຂົ້າຮ່ວມງານ ເປີດເຜີຍ ກັບລາຍການເມືອງລາວວັນນີ້ ວ່າ: ງານຄັ້ງນີ້ ເຫັນວ່າ ເຄື່ອງທີ່ຜູ້ປະກອບການນໍາເຂົ້າມາມີຄວາມທັນສະໄໝຂຶ້ນ, ບໍ່ເຫັນເຟີນີເຈີໄມ້ທີ່ໃຫຍ່ມາວາງຂາຍ. ຊຶ່ງກ່ອນຫນ້ານີ້ໃນໄລຍະ 2 ປີຄືນຫຼັງ ຜູ້ປະກອບການຜະລິດເຟີນີເຈີໄມ້ ໜາ, ໃຫຍ່ ອອກມາ ນັກທ່ອງທ່ຽວຕ່າງປະເທດ ມາເຫັນແລ້ວກໍ່ສາມາດຊື້ກັບເມືອປະເທດເຂົາເຈົ້າໄດ້ ແຕ່ມາປັດຈຸບັນນີ້ ບໍ່ສາມາດຊື້ ແລະ ສົ່ງອອກໄປຕ່າງປະເທດໄດ້ ຜູ້ປະກອບການກໍ່ບໍ່ຜະລິດສິນຄ້າທີ່ລັດຖະບານບໍ່ອະນຸຍາດສົ່ງອອກ, ສະນັ້ນ ເຮັດໃຫ້ຜູ້ປະກອບການຕ້ອງໄດ້ປັບປຸງໃຫ້ເຂົ້າກັບສະພາບຕະຫຼາດ ຈາກສິນຄ້າຂະໜາດໃຫຍ່ ມາເປັນສິນຄ້າຂະໜາດນ້ອຍລົງ ໃຊ້ໄມ້ຄຸ້ມຄ່າທີ່ສຸດ.
ງານວາງສະແດງສິນຄ້າເຟີນີເຈີໄມ້ລາວ ຄັ້ງທີ 4 ປີ 2018 ຈັດຂຶ້ນໃນລະຫວ່າງວັນທີ 13 – 21 ມັງກອນ 2018 ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ມີຜູ້ປະກອບການເຟີນີເຈີລາວຈໍານວນ 163 ຫ້ອງວາງສະແດງເຂົ້າຮ່ວມ, ສິນຄ້າໂອດ໊ອບ 20 ຫ້ອງ, ງານເປີດເປັນທາງການ ຈັດຂຶ້ນໃນວັນທີ 15 ມັງກອນ 2018 ທີ່ ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມການຄ້າກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ, ທ່ານ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ມີຜູ້ຕ່າງໜ້າຈາກກົມປ່າໄມ້, ຜູ້ປະກອບການເຟີນີເຈີລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.
Editor: ຕະວັນ ແສງສະຫວັນ