ພິທີຖະແຫຼງຂ່າວເປີດໂຕ ປະຕິທິນ ປີ 2018 ຂອງທະນາຄານຮ່ວມພັດທະນາ ຫລື JDB ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ເອກກະພັນ ພະພິທັກ ປະທານສະພາຜູ້ບໍລິຫານ ທະນາຄານຮ່ວມພັດທະນາ, ມີຜູ້ອຳນວຍການໃຫຍ່ ທະນາຄານຮ່ວມພັດທະນາ, ຫົວໜ້າຫ້ອງການ, ບັນດາພະແນກການຕ່າງໆຂອງທະນາຄານຮ່ວມພັດທະນາ ແລະ ສື່ມວນຊົນເຂົ້າຮ່ວມ.
ການເປີດໂຕ ປະຕິທິນ 2018 ຂອງທະນາຄານຮ່ວມພັດທະນາ JDB ເຊິ່ງປີນີ້ເປັນທີ່ປີພິເສດສຸດ ຊຶ່ງ JDBໄດ້ມີການຮ່ວມມືກັບໂຄງການ ນາງສາວລາວ 2017, Miss Gran Lao 2017, Miss Internationnal Laos 2017, Miss Supranationnal Lao 2017, Miss Univers Lao 2017, ທີ່ທະນາຄານຮ່ວມພັດທະນາ ໄດ້ເປັນຜູ້ອຸປະຖຳຫຼັກ ໃນການປະກວດນາງສາວລາວຕ່າງໆ ທີ່ຊະນະການປະກວດ ຊຶ່ງຈະໄດ້ນຳມາເປັນນາງແບບຖ່າຍທຳປະຕິທິນໃຫ້ກັບທະນາຄານຮ່ວມພັດທະນາ ເພື່ອແຈກຍາຍໃຫ້ລູກຄ້າ ແລະ ປະຊາຊົນຜູ້ທີ່ຕ້ອງການປະຕິທິນ, ເພື່ອເປັນການອະນຸລັກ ແລະ ສົ່ງເສີມວັດທະນະທຳລາວ ໂດຍສະເພາະ ແມ່ນເຄື່ອງນຸ່ງຖື ຂອງແມ່ຍິງລາວ ທີ່ມີເອກະລັກໂດດເດັ່ນສວຍງາມ, ເພື່ອເປັນການໂຄສະນາປະຊາສຳພັນໃຫ້ສັງຄົມຮູ້ຈັກ ທະນາຄານຮ່ວມພັດທະນາ JDB ແລະ ຜະລິດຕະພັນຂອງ JDB ຫຼາຍຂຶ້ນ. ທະນາຄານຮ່ວມພັດທະນາ ທີ່ເປັນທະນາຄານທີ່ໝັ້ນຄົງ ແລະ ຂະຫຍາຍຕົວໄວ ປະຈຸບັນ ທະນາຄານຮ່ວມພັດທະນາ ມີໜ່ວຍບໍລິການ ທັງໝົດ 53 ໜ່ວຍບໍລິການ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ປະຊາຊົນບັນດາເຜົ່າ ໄດ້ເຂົ້າເຖິງແຫຼ່ງທຶນທີ່ໝັ້ນຄົງ ເຂົ້າເຖິງການບໍລິການດ້ານການເງິນຢ່າງຄົບວົງຈອນ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໂດຍໄປຕາມຄຳຂັວນຂອງທະນາຄານຮ່ວມພັດທະນາ ທີ່ວ່າ: “ເຕີບໃຫຍ່ໄປພ້ອມກັັນ”.
ໂອກາດດຽວກັນ JDB ຍັງໄດ້ເປີດຕົວຜະລິດຕະພັນ JDB Yes ເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ລູກຄ້າຂອງທະນາຄານຮ່ວມພັດທະນາ ສາມາດທຳທຸລະກຳທາງດ້ານການເງິນດ້ວຍຕົວເອງ ໂດຍຜ່ານມືຖືສະມາດໂຟນ ໂດຍບໍ່ຈຳເປັນເຂົ້າມາທະນາຄານ.
JDB Yes ເປັນຜະລິດຕະພັນແບບໃໝ່ ຂອງທະນາຄານຮ່ວມພັດທະນາ ທີ່ມີຄວາມທັນສະໄໝ ໄດ້ມາດຕະຖານສາກົນ, ເປັນ ແອັບ ທີ່ສາມາດດາວໂຫລດ ມາຕິດຕັ້ງດ້ວຍຕົວເອງໄດ້ເລີຍ. JDB Yes ສາມາດເຮັດໄດ້ດັ່ງນີ້: ໂອນເງິນຜ່ານເລກບັນຊີ, ຊຳລະບິນລາວໂທລະຄົມ, ອີທີແອວ, ເຕີມເງີນລາວໂທລະຄົມ, ອີທີແອວ, ຊຳລະບັດເຄຼດິດ, ເບິ່ງລາຍການເຄື່ອນໄຫວຂອງການນຳໃຊ້ບັດເຄຼດິດ, ໂອນເງິນຜ່ານໝາຍເລກໂທລະສັບ p2p. ທວງໜີ້ pay me ແລະ ລ໋ອກບັດເຄຼດິດ, ບັດເອທີເອັມ.
ທະນາຄານຮ່ວມພັດທະນາ ເປັນທະນາຄານທີ່ທັນສະໄໝ ໄດ້ມາດຕະຖານສາກົນ ໃບຢັ້ງຢືນ ISO ໃນດ້ານການບໍລິການໃນປີທີ່ຜ່ານມາ ແລະ ກຳລັງພັດທະນໃຫ້ກາຍເປັນ ທະນາຄານທີ່ໃຊ້ລະບົບ Digital ເທື່ອລະກ້າວ.
Editor: ດາວໄຊ ສີວິໄລ