ຕາມພາບທີ່ຜູ້ສື່ຂ່າວເມືອງລາວວັນນີ້ພວກເຮົາ ໄດ້ລົງໄປສຳຫລວດຄວາມພ້ອມຫລ້າສຸດໃນມື້ເຊົ້ານີ້ ຂອງການກະກຽມເປີດງານວາງສະແດງສິນຄ້າເຟີນິເຈີໄມ້ລາວ ຄັ້ງທີ 4 ປະຈຳປີ 2018 ທີ່ສູນການຄ້າລາວໄອເຕັກ ຕຶກເກົ່າ ພົບວ່າ: ເຫັນຜູ້ປະກອບການທຸລະກິດເຟີນິເຈີຫລາຍລາຍ ພວມເລັ່ງມືໃນການຂົນຍ້າຍ ເພື່ອນຳສິນຄ້າຂອງຕົນເຂົ້າຮ່ວມງານດັ່ງກ່າວ ຊຶ່ງມີບາງຫົວຫນ່ວຍກໍ່ຈັດຮ້ານຫ້ອງວ່າສະແດງຂອງຕົນສຳເລັດແລ້ວ, ບາງຫົວຫນ່ວຍກໍ່ພວມເລັ່ງມືຈັດແຈງສິນຄ້າຢູ່ ທັງນີ້ ກໍ່ເພື່ອໃຫ້ທວງທັນກັບມື້ເປີດງານ ຄື: ວັນທີ 13-21 ມັງກອນ 2018 ນີ້.
ຂະນະທີ່ທາງດ້ານທ່ານ ກອງມາລາ ພົມມາໄລ, ຮອງປະທານສະມາຄົມເຟີນິເຈີລາວ, ຄະນະກໍາມະການຈັດງານ ເປີດເຜີຍວ່າ: ປະຈຸບັນ, ມີຈໍານນວນຜູ້ປະກອບການຫລ້າສຸດ ທີ່ເຂົ້າຮ່ວມຈັບຈອງຫ້ອງວ່າສະແດງທັງຫມົດ 163 ຫ້ອງ, ໃນນັ້ນ ມາຈາກ 9 ແຂວງ, ມີ 16 ບໍລິສັດ, ສ່ວນຫ້ອງຂາຍສິນຄ້າໂອດ໋ອບ ທົ່ວປະເທດ ມີ 20 ຫ້ອງ ພ້ອມນັ້ນ ຍັງມີຫ້ອງວ່າສະແດງສິນຄ້າອຸປະໂພກ-ບໍລິໂພກຈຳນວນຫນຶ່ງ.
ຢ່າງໃດກໍ່ຕາມ ງານວາງສະແດງສິນຄ້າເຟີນິເຈີໄມ້ລາວ ຄັ້ງທີ 4 ປະຈຳປີ 2018 ກໍ່ຈະເປັນອີກປັດໃຈຫນຶ່ງທີ່ສຳຄັນ ໃນການປະກອບສ່ວນ ວຽກງານການທ່ອງທ່ຽວ ໃນປີທ່ອງທ່ຽວລາວ 2018 ຊຶ່ງຈະເຮັດໃຫ້ນັກທ່ອງທ່ຽວທີ່ເຂົ້າມາປະເທດເຮົາ ໄດ້ມີສະຖານທີທ່ອງທ່ຽວຕື່ມອີກ ໂດຍສະເພາະ ແມ່ນນັກທ່ອງທ່ຽວຊາວຈີນ ແລະ ປະເທດອື່ນໆ. ຄ່ຽງຄູ່ກັນນັ້ນ ບັນດາເຈົ້າຂອງຜະລິດຕະພັນ ກໍ່ຈະໄດ້ຖືເອົາໂອກາດນີ້ ເປັນການໂຄສະນາສິນຄ້າ, ລະບາຍສິນຄ້າຂອງຕົນ ເປັນຕົ້ນແມ່ນສິນຄ້າເຄື່ອງທີ່ລະນຶກ ແລະ ອື່ນໆ.
ສຳລັບ ກິດຈະກຳ ພາຍໃນງານກໍ່ປະກອບມີ , ກິດຈະກໍາສາທິດການແກະສະຫລັກ, ການສະແດງສິນຄ້າເຟີນິເຈີລາວ, ການຈົກສະຫລາກຊິງລາງວັນ, ການສະແດງສິລະປະວັນນະຄະດີ, ການສໍາມະນາປຶກສາຫາລືຄູ່ຮ່ວມທຸລະກິດ ແລະ ອື່ນໆ ຊຶ່ງຄາດວ່າຈະມີມວນຊົນເຂົ້າຮ່ວມງານ 3 ແສນກວ່າຄົນ, ຄາດຈະມີມູນຄ່າການຊື້-ຂາຍໃນງານ 40 ຕື້ກີບ.
ມີສຽງສຳພາດທ່ານ ຮອງສາດສະດາຈານ ເດດພູວັງ ມູນຣະລັດ, ອໍານວຍການໃຫຍ່ ສູນການຄ້າລາວ-ໄອເຕັກ ແລະ ທ່ານ ກອງມາລາ ພົມມາໄລ, ຮອງປະທານສະມາຄົມເຟີນິເຈີລາວ, ຄະນະກໍາມະການຈັດງານ ມາເວົ້າເຖິງຄວາມພ້ອມຂອງງານ.
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ