ໃນວັນທີ 10 ມັງກອນ ຜ່ານມານີ້ ຢູ່ທີ່ເມືອງຈຳພອນ ໄດ້ຈັດກອງປະຊຸມສາມັນຄົບຄະນະບໍລິຫານງານຊາວໜຸ່ມເມືອງຈຳພອນຄັ້ງທີ 5 ສະໄໝທີ VIII ເຊິ່ງໃຫ້ກຽດເປັນປະທານຂອງທ່ານ ສີສະຫວັດ ອິນສີຊຽງໃໝ່, ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດ ແລະ ທ່ານ ນາງ ຄຳຫຼ້າ ມາດມະນີວົງ ຫົວໜ້າຫ້ອງການຊາວໜຸ່ມເມືອງຈຳພອນ, ມີບັນດາຄະນະບໍລິຫານງານຊາວໜຸ່ມຮາກຖານ, ຫ້ອງການເຂົ້າຮ່ວມ.
ທ່ານ ຈັນທະລາ ອິນທິເສນ ຮອງເລຂາຊາວໜຸ່ມ ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຮອບດ້ານປະຈໍາປີ 2017 ແລະ ວາງທິດທາງແຜນການປີ 2018, ໃນປີຜ່ານມາຄະນະບໍລິຫານງານຊາວໜຸ່ມເມືອງຈໍາພອນ ໄດ້ເອົາໃຈໃສ່ວຽກງານສຶກສາແນວຄິດເພື່ອເຮັດໃຫ້ຖັນແຖວຊາວໜຸ່ມ ແລະ ເຍົາວະຊົນ ມີຄຸນທາດການເມືອງດີ ມີນ້ຳໃຈຮັກຊາດຮັກລະບອບໃໝ່ ປະຈຸບັນ ສາມາດຂະຫຍາຍສະມາຊິກຊາວໜຸ່ມໄດ້ 4,929 ຄົນ, ຍິງ 2,710 ຄົນ, ສືບຕໍ່ເສີມຂະຫຍາຍສະມາຊິກຊາວໜຸ່ມໄດ້ 10 ໂຮງຮຽນ, ມີສະມາຊິກທັງໝົດ 638 ຄົນ, ຍິງ 240 ຄົນ.
ນອກນັ້ນ ຄະນະບໍລິຫານງານຊາວໜຸ່ມ ຍັງໄດ້ເອົາໃຈໃສ່ຕໍ່ວຽກງານສະມາຄົມ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ຜ່ານມາໄດ້ປະຕິບັດນະໂຍບາຍ ຕໍ່ ສະມາຊິກ ທັງໝົດ 127 ສະຫາຍ, ເຈັບນອນໂຮງໝໍ 80 ສະຫາຍ, ຄິດເປັນເງິນມູນຄ່າ 20.038.000 ກີບ, ເສຍຊີວິດ 47 ສະຫາຍ, ມູນຄ່າ 245.349.000 ກີບ, ລວມມູນຄ່າທັງໝົດ 265.387.000 ກີບ.
Editor: ເມືອງຈຳພອນ