ພິທີເປີດແຜນງານ ພັດທະນາທ້ອງຖິ່ນແຂວງວຽງຈັນ 030 ໄດ້ມີຂຶ້ນຢ່າງເປັນທາງການໃນ ວັນທີ 10 ມັງກອນ 2018 ຢູ່ທີ່ພະແນກແຜນການ-ການລົງທຶນແຂວງ ໂດຍການເປັນປະທານຂອງ ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງໆວຽງຈັນ.
ທ່ານ ສຸກັນ ວິໄລຣັດ ຫົວໜ້າພະແນກແຜນການ-ການລົງທຶນແຂວງວຽງຈັນ ກ່າວວ່າ: ໂຄງການນີ້ແມ່ນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ລຸກຊຳບວກ ໃນມູນຄ່າ 5,5 ລ້ານຢູໂລ ໂດຍມີໄລຍະເວລາຈັດຕັ້ງປະຕິບັດ 5 ປີ ໂດຍເລີ່ມແຕ່ປິ 2017 ເປັນຕົ້ນໄປ ກວມເອົາ 41 ບ້ານ ໃນ 4 ເມືອງ ຄື: ເມືອງຫີນເຫີບ, ເມືອງແມດ, ກາສີ ແລະ ເມືອງເຟືອງ ເຊິ່ງຈະສຸມໃສ່ຈັດຕັ້ງປະຕິບັດໃນຂະແໜງການຕົ້ນຕໍ ຄື: ສຶກສາ, ສາທາລະນະສຸກ, ກະສິກຳ, ໂຍທາທິການ ແລະ ຂົນສົ່ງ ເຊິ່ງປະກອບດ້ວຍກິດຈະກຳຕ່າງໆ ຄື: ກໍ່ສ້າງ ແລະ ສ້ອມແປງໂຮງຮຽນ, ນໍ້າລິນ, ຂົວຂ້າມນໍ້າ, ສ້າງກອງທຶນພັດທະນາບ້ານ ແລະ ອື່ນໆ.
ທ່ານກ່າວຕໍ່ອີກວ່າ ໃນຈໍານວນ 41 ບ້ານດັ່ງກ່າວນີ້ ລ້ວນແລ້ວແຕ່ເປັນບ້ານທຸກຍາກຂອງແຂວງວຽງຈັນ, ຜ່ານຈາກການຊ່ວຍເຫຼືອໃນຄັ້ງນີ້ ຈະເຮັດໃນຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ.
Editor: ແຂວງວຽງຈັນ