ໃນຄ່ຳຄືນຂອງວັນທີ 31 ມັງກອນ 2018 ທີ່ກຳລັງຈະມາຮອດນີ້ຈະເກີດປະກົດການພິເສດທີ່ຫາຊົມໄດ້ຍາກເທິງທ້ອງຟ້າ ປະກົດການຂອງດວງເດືອນ 3 ຢ່າງພ້ອມກັນຄື ຊຸບເປີມູນ (Supermoon), ບລູມູນ (Blue Moon) ແລະ ບລັອດມູນ (Blood Moon) ເປັນປະກົດການທີ່ເກີດຂຶ້ນຄັ້ງທຳອິດໃນຮອບ 150 ປີ ເຊິ່ງເອີ້ນກັນວ່າ ປະກົດການ Super Blue Blood Moon ເຊິ່ງເຄີຍເກີດຂຶ້ນແລ້ວໃນປີ 1866 ຫຼື ປະມານ 152 ປີກ່ອນ.
ເຊິ່ງປະເທດລາວ ກໍ່ອາດເບິ່ງປະກົດການນີ້ເຫັນໃນບາງທ້ອງຖິ່ນ ໃນວັນທີ 31 ມັງກອນ 2018 ນີ້, ດວງເດືອນເລີ່ມເຂົ້າສູ່ເງົາມົວຂອງໂລກ ຕັ້ງແຕ່ເວລາ 17.51 ນາທີ, ຈາກນັ້ນຈະຄ່ອຍໆເຄື່ອນຕົວເຂົ້າສູ່ເງົາມືດຂອງໂລກ ເກີດເປັນຈັນທະຄາດບາງສ່ວນ ໃນເວລາ 18.48 ນາທີ ແລະ ຈະເຂົ້າສູ່ຈັນທະຄາດເຕັມດວງ ໃນເວລາ 19.51 ເຖິງ ເວລາ 21.07 ນາທີ.
Editor: ກຳປານາດ ລັດຖະເຮົ້າ