ເພື່ອເປັນການປະຕິບັດຕາມຮິດຄອງທໍາ ທີ່ເຄີຍເຮັດກັນມາ ໃນທຸກໆປີ, ໃນການແຫ່ຫນັງສືຝູກໃບລານ ທີ່ເປັນຄໍາພິສັງສອນ ທາງພຸດທະສາດສະຫນາ, ດັ່ງນັ້ນ ເມື່ອບໍ່ດົນມານີ້ ທີ່ວັດບ້ານນາຂອນ, ເມືອງປາກງື່ມ, ນະຄອນຫລວງວຽງຈັນ ໄດ້ຈັດພິທີແຫ່ຫນັງສຶຝູກໃບລານລາວ ຂື້ນ ເພື່ອເປັນການປົກປັກຮັກສາ ແລະ ອະນຸລັກສົ່ງເສີມຫນັງສືຝູກໃບລານລາວ ໃຫ້ຍືນຍົງຄູ່ກັບພູດທະສາສະຫນາ ໄປນານແສນນານ ເຊີ່ງພິທີດັ່ງກ່າວ ແມ່ນໄດ້ເປັນປະຈໍາ ໃນທຸກໆປີ ກາຍເປັນປະເພນີປະຈໍາທ່ອງຖີ່ນ ທີ່ມີຄວາມສັກສິດ ແລະ ມີຊາວພຸດທະສາສະນິກະຊົນ ເຂົ້າຮ່ວມໃນພິທີເປັນຈໍານວນຫລວງຫລາຍ.
ຫນັງສືຝູກໃບລານລາວ ຖຶວ່າເປັນມໍລະດົກທາງພຸດທະສາສະຫນາ ເປັນຄໍາພິສັກສິດ ທີ່ບັນລຶກບັນດາຄໍາສັ່ງສອນຂອງອົງສໍາມາສໍາພຸດທະເຈົ້າ ສາດສະດາ ແຫ່ງພຸດທະສາສະຫນາ, ສອນໃຫ້ຄົນເຮົາ ແລະ ຊາວພຸດ ຮູ້ຈັກທໍາຄວາມດີ ຫລີກເວັນຈາກການທໍາບາບທັງປວງ ມີຈຸດມົ້ງຫມາຍໄປສູ່ການ ປະນິພານ ຫລື ຄວາມສຸກທີ່ຍີ່ງໃຫຍ່. ນອກຈາກນັ້ນ ຫນັງສືຝູກໃບລານ ລາວ ຍັງບັນທຶກເອົາເລື່ອງລາວ ທາງພຸດທະສາສະຫນາ , ພຸດທະປະຫວັດ, ເລື່ອງຊາດົກ ທີ່ສັ່ງສອນໃຫ້ຄົນເຮົາ ຮູ້ຈັກນໍາໄປໃຊ້ໃນການດໍາເນີນຊີວິດ ທີ່ດີໃນສັງຄົມ. ຮູ້ຈັກຊ່ວຍເຫລືອເຊີ່ງກັນແລະ ກັນ, ການໃຫ້ອະໄພ, ລວມເຖິງການຢູ່ຮ່ວມກັນຢ່າງມີສັນຕີ.
Editor: ກຳປານາດ ລັດຖະເຮົ້າ