ເຊີ່ງພິທີເຊັນສັນຍາ ລະຫວ່າງ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກັບ ບໍລິສັດ ບິກບຣູ ເອເຈນຊີ ລາວ ຫລື ( ບໍລິສັດ ຟ້າໃຫຍ່ ມິເດຍ ຈໍາກັດ ) ໄດ້ຈັດຂື້ນໃນວັນທີ 12 ມັງກອນ 2018 ທີ່ຜ່ານມານີ້ ທີ່ໂຮງແຮມ ຄຣາວພາຊາ. ໂດຍໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ມີ ທ່ານ ສະຫວັນຄອນ ຣາຊະມຸນຕຣີ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ພ້ອມນີ້ຍັງມີ ຄະນະຫ້ອງການ, ຫົວຫນ້າກົມ. ຮອງກົມ ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ເຂົ້າຮ່ວມ ຢ່າງພ້ອມພຽງ.
ການເຊັນສັນຍາ ຮ່ວມມື ດັ່ງກ່າວນີ້ ແມ່ນເປັນໂຄງການຜະລິດສື່ໂຄສະນາ ປະຊາສໍາພັນກາງແຈ້ງ ( ປ້າຍ ) ຕາມບໍລິເວນສະຖານທີ່ສໍາຄັນ ໃນທົ່ວປະເທດ ໂດຍສະເພາະ ຢູ່ຕາມດ່ານສາກົນ, ສະຫນາມບິນສາກົນ, ສະຫນາມບິນພາຍໃນ ແລະ ຢູ່ຕາມຕົວເມືອງ ບ່ອນສໍາຄັນຕ່າງໆ ລວມທັງໝົດ 50 ປ້າຍ ໂດຍມີແຜນກໍານົດໃຫ້ສໍາເລັດສົມບູນ ພາຍໃນເດືອນ ກຸມພາ 2018 ນີ້. ພ້ອມກັນນີ້ ທາງ ບໍລິສັດ ບີກບຣູ ເອເຈນຊີ ລາວ ຍັງໄດ້ມີສ່ວນຮ່ວມໃນການສະຫນັບສະຫນູນສື່ຕ່າງໆ ໃນການໂຄສະນາການທ່ອງທ່ຽວລາວ ມູນຄ່າ 232 ລ້ານກີບ ເພື່ອສົ່ງເສີມການທ່ອງທ່ຽວລາວ ໃຫ້ນັບມື້ນັບເຕີບໃຫຍ່ຂື້ນໄປເລື້ອຍໆ.
ລົງນາມ ເຊັນສັນຍາ ຄັ້ງນີ້ ມີທ່ານ ສູນ ມະນີວົງ ຫົວຫນ້າກົມໂຄສະນາການທ່ອງທ່ຽວ, ກະຊວງຖວທ ແລະ ທ່ານ ສັນທະລັກ ຈ່າສານ ປະທານບໍລິສັດ ບິກບຣູ ເອເຈນຊີ ລາວ ໂດຍການເປັນສັກຂີພິຍານ ຈາກທ່ານ ສະຫວັນຄອນ ຣາຊະມົນຕຣີ ຮອງລັດຖະມົນຕີ ກະຊວງ ຖວທ, ພ້ອມດ້ວຍແຂກທີ່ກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ ຢ່າງພ້ອມພຽງ.
Editor: ກຳປານາດ ລັດຖະເຮົ້າ