ວັນທີ 10 ມັງກອນ 2018 ຜ່ານມານີ້ ຢູ່ທີ່ສະໂມສອນ ຊັ້ນ 2 ຂອງເມືອງວັງວຽງ ແຂວງ ວວຽງຈັນ ໄດ້ຈັດກອງປະຊຸມ ກຸ່ມວົງດົນຕີ ເມືອງວັງວຽງ ປະຈຳປີ 2017 ຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນມີ ພົມມະວົງສາ ກຳມະການພັກເມືອງຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງວັງວຽງ, ມີບັນດາທ່ານພະນັກງານທີ່ກ່ຽວຂ້ອງ, ຫົວໜ້າກຸ່ມວົງດົນຕີພາຍໃນເມືອງວັງວຽງ ເຂົ້າຮ່ວມ.
ກອງປະຊຸມ, ທ່ານ ຂັນຕີ ໂລວັນຟຸກ ຫົວໜ້າກຸ່ມວົງດົນຕີ ເມືອງວັງວຽງ ໄດ້ຂຶ້ນຜ່ານບົດສະຫຼຸບຂອງຄະນະກຸ່ມວົງດົນຕີ ປະຈຳປີ 2017 ແລະ ທິດທາງແຜນການວ່າ: ກຸ່ມວົງດົນຕີແມ່ນການເຕົ້າໂຮມບັນດາວົງດົນຕີພຶ້ນເມືອງ ແລະ ສາກົນ ຂອງກຸ່ມຄົນຈັດຕັ້ງຂຶ້ນທີ່ກະແຈກກະຈາຍຢູ່ຕາມພື້ນຖານທ້ອງຖິ່ນຕ່າງໆ ເພື່ອສັງລວມເຂົ້າມາເປັນການຈັດຕັ້ງໜຶ່ງ ທີ່ມີຄວາມເອກະພາບກັນທາງດ້ານລະບຽບການ ເພື່ອຮັບໃຊ້ສັງຄົມໃນໄລຍະໃໝ່ ເຊິ່ງໄດ້ສ້າງຂຶ້ນໃນວັນທີ 22 ສິງຫາ 2013. ໂດຍພາຍໃຕ້ການຄຸ້ມຄອງຂອງຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງວັງວຽງ.
ປະຈຸບັນມີທັງໝົດ 19 ວົງ, ວົງດົນຕີສາກົນ ມີ 1 ວົງ ແລະ ວົງເອເລັກໂທນມີ 18 ວົງ, ມີຄະນະກຸ່ມທັງໝົດ 5 ທ່ານ, ມີໜ້າທີ່ເຜີຍແຜ່ວຽກງານສິລະປະວັດທະນະທຳອັນດີງາມຂອງຊາດ ອອກສູ່ສັງຄົມ ເປັນຢ່າງດີ. ທິດທາງແຜນການແມ່ນຈະເຕົ້າໂຮມຄວາມສາມັກຄີພາຍໃນກຸ່ມວົງດົນຕີໃຫ້ເປັນປືກແຜນແໜ້ນໜາ, ປະຕິບັດກົດລະບຽບຂໍ້ກຳນົດຂອງລັດວາງອອກຢ່າງເຂັ້ມງວດ. ສຶບຕໍ່ຕັ້ງໜ້າປະກອບສ່ວນເຜີຍແຜ່ໂຄສະນາສິລະປະວັນນະຄະດີຂອງຊາດ, ຂອງທ້ອງຖິ່ນໃຫ້ສອດຄ້ອງກັບຄວາມເປັນຈິງໃນໄລຍະໃໝ່. ຈາກນັ້ນບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະທິດທາງແຜນການ ເພື່ອເຮັດໃຫ້ບົດສະຫຼຸບດັ່ງກ່າວມີຄວາມໜັກແໜ້ນ ແລະ ຄົບຖ້ວນຍິ່ງຂຶ້ນ.
ໃນກອງປະຊຸມຍັງໄດ້ມີການປ່ອນບັນຄັດເລືອກເອົາຫົວໜ້າກຸ່ມ,ຄະນະກຸ່ມຊຸດໃໝ່ ຈຳນວນ 5 ທ່ານ ເຊິ່ງເລືອກໄດ້ ທ່ານ ຂັນຕີ ໂລວັນຟຸກ ເປັນຫົວໜ້າກຸ່ມວົງດົນຕີ, ທ່ານ ແສງແກ້ວ ສີໄກສອນ, ທ່ານ ກັນ ບູລົມ, ທ່ານ ຄໍາສະໄໝ , ທ່ານ ໄຜ່ຄໍາ ວັນວິໄຊ ເປັນຮອງຄະນະ ຊຸດໃໝ່.
ຕອນທ້າຍກອງປະຊຸມທ່ານ ບຸນມີ ພົມມະວົງສາ ກຳມະການພັກເມືອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງວັງວຽງ ໄດ້ໃຫ້ກຽດຂຶ້ນມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕື່ມອີກ.
ແຫລ່ງຂ່າວ ຈາກທີມຂ່າວ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ