ເມືອງວຽງທອງ. ແຂວງບໍລິຄໍາໄຊ ໄດ້ປະກາດສະຫະພັນກໍາມະບານ ເມືອງວຽງທອງ ເປັນສະຫະພັນກຳມະບານ 5 ເປັນເຈົ້າ, ເຊີ່ງຈັດຂື້ນຢູ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການປົກຄອງເມືອງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປ້ານ ນ້ອຍມະນີ ກຳມະການສູນກາງພັກ, ປະທານສູນກາງສະຫະພັນກຳມະບານລາວ, ທ່ານ ລໍາສະໄໝ ວໍລະສານ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີຫົວໜ້າກົມ, ປະທານກໍາມະບານແຂວງ, ເລຂາພັກເມືອງ, ຮອງເຈົ້າເມືອງ ແລະ ປະທານສະຫະພັນກຳມະບານແຕ່ລະເມືອງພາຍໃນແຂວງ ພ້ອມດ້ວຍສະມາຊີກກຳມະບານ ແລະ ແຂກຖືກເຊີນເຂົ້າຮ່ວມ,
ໃນພິທີ ທ່ານນາງ ພູວາ ຈັນທະສອນ ກໍາມະການພັກເມືອງ,ປະທານສະຫະພັນກໍາມະບານເມືອງ ໄດ້ໃຫ້ກຽດຂື້ນຜ່ານບົດລາຍງານ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານ ເມືອງວຽງທອງ ແຕ່ປີ 2014 ເປັນຕົ້ນມາ ແລະຜ່ານທິດທາງແຜນການ ການເຄື່ອນໄຫວຂອງສະຫະພັນກຳມະບານ ໃນ 1 ປີຕໍ່ໜ້າ,ໃນທົ່ວເມືອງ ມີ 25 ຮາກຖານກຳມະບານ ແລະ 4 ໜ່ວຍກໍາມະບານທີ່ຂື້ນກັບ, ປະກອບມີສະມາຊິກກໍາມະບານ ທັງໝົດ 876 ສະຫາຍ, ຍິງ 318 ສະຫາຍ ແລະ ສະມາຊິກກອງທຶນຊ່ວຍເຫຼືອເຊີ່ງກັນ ແລະ ກັນ 874 ສະຫາຍ, ທີ່ຜ່ານມາສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າໃນທົ່ວ ເມືອງວຽງທອງ ໄດ້ມີຄວາມສາມັກ ຄີເປັນປືກແຜ່ນແໜ້ນໜາ, ປະຕິບັດລະບຽບກົດໝາຍຂອງຊາດ ກໍຄືກົດລະບຽບກຳມະບານລາວພ້ອມທັງພາກັນສ້າງສາພັດທະນາເສດຖະກິດ ຄອບຄົວຂອງຕົນເອງໃຫ້ດີຂື້ນເປັນກ້າງໆເພື່ອຫຼຸດພົ້ນອອກຈາກຄອບຄົວທຸກຍາກ, ພ້ອມນີ້ຄະນະກໍາມະບານແຕ່ລະຂັ້ນໄດ້ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງສະມາຊິກກຳມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ, ມີມູນເຊື້ອດຸໝັ້ນຂະຫຍັນພຽນໃນການອອກແຮງງານມີບົດບາດໃນການອານຸລັກຮັກສາ ແລະ ສົ່ງເສີມວັດທະນະທໍາຮິດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າກໍຄືຂອງຊາວ ຜູ້ອອກແຮງງານບັນດາເຜົ່າໃວ້ໃຫ້ໝັ້ນຄົງໄລຍະຜ່ານມາສະຫະພັນກຳມະບານໄດ້ພ້ອມກັນຈັດຕັ້ງປະຕິບັດຂັ້ນຕອນຂໍ້ແຂ່ງຂັນ 5 ເປັນເຈົ້າສາມາດຕິລາຄ່າໄດ້ດັ່ງນີ້: ເປັນເຈົ້າໂຄສະນາອົບຮົມການເມືອງ-ແນວຄິດສາມາດຕີລາຄາໄດ້ 95,76 %, ເປັນເຈົ້າໃນການປັບປຸງແບບແຜນການນໍາພາ ແລະ ຂະຫຍາຍການຈັດຕັ້ງກຳມະບານສາມາດຕີລາຄາໄດ້ 90,80%, ເປັນເຈົ້າປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງະພນັກງານສະມາຊິກກຳມະບານ, ກຳມະກອນ ແລະຊາວຜູ້ອອກແຮງງານ ສາມາດຕີລາຄາໄດ້ 91,51 %, ເປັນເຈົ້າເຂົ້າຮ່ວມໃນການຕິດຕາມ-ກວດກາ, ຄຸ້ມຄອງເສດຖະກິດວັດທະນາທຳ-ສັງຄົມ ສາມາດຕີລາຄາໄດ້ 90,67% ແລະ ເປັນເຈົ້າປະຕິບັດແນວທາງການຕ່າງປະເທດຂອງພັກ ສາມາດຕີລາຄາໄດ້ 90,08 % ສາມາດບັນລຸຕາມມາດຖານ, ເງື່ອນໄຂຂອງສູນກາງສະຫະພັນກຳມະບານວາງອອກດັ່ງນັ້ນ, ສະຫະພັນກໍາມະບານແຂວງ ຈີ່ງໄດ້ມອບໃບຢັ້ງຢື້ນໃຫ້ສະຫະພັນກຳມະບານ ເມືອງວຽງທອງ ເປັນສະຫະພັນກຳມະບານ 5 ເປັນເຈົ້າ ແລະ ມອບຫຼຽນກາສູງສຸດຂອງກຳມະບານລາວ, ພ້ອມມອບໃບຢັ້ງຢື້ນ 5 ເປັນເຈົ້າໃຫ້ແຕ່ລະຮາກຖານ,ມອບໃບຍ້ອງຍໍໃຫ້ບຸກຄົນດີເດັ່ນໃນການປະກອບສ່ວນໃນວຽກງານ ແຂ່ງຂັນ 5 ເປັນເຈົ້າ ໃນໄລຍະຜ່ານມາ
ໃນພິທີແຕ່ລະຮາກຖານກໍ່ໄດ້ຈັບມືແຂງຂັນກັນປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ, ຈາກນັ້ນທ່ານປະທານສູນກາງສະຫະພັນກຳມະບານລາວ ໄດ້ໃຫ້ກຽດໂອ້ລົມຊີ້ນຳຕໍ່ພິທີພ້ອມທັງເປັນກຽດຕັດແຖບຜ້າ ເປີດປ້າຍ, ລັ່ນຄອ້ງ 9 ບາດ ແລະ ປ່ອຍນົກເປັນສິລິມົງຄຸນ ເພື່ອເປັນສັນຍາລັກວ່າເມືອງ ວຽງທອງໄດ້ປະກາດເປັນເມືອງສະຫະພັນກຳມະບານ 5 ເປັນເຈົ້າຢ່າງເປັນທາງການ
ແຫລ່ງຂ່າວຈາກ ພະແນກ ຖວທ ແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ