ວັນທີ 8 ມັງກອນ 2018 ຜ່ານມານີ້. ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ແລະ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະ ປະຊາຊົນ ກຸ່ມຊົ່າຈ່າ ເມືອງນ້ຳບາກ ແຂວງຫຼວງພະບາງ
ໂອກາດນີ້ ທ່ານ ຕົ່ງເຢັ່ງວື່ ຫົວໜ້າກຸ່ມຊົ່ງຈ່າ ໄດ້ລາຍງານສະພາບການພັດທະນາເສດຖະ ກິດ-ສັງຄົມ ຂອງກຸ່ມໃຫ້ທ່ານປະທານສະພາແຫ່ງຊາດໄດ້ຮັບຮູ້ວ່າ: ກຸ່ມຊົ່ງຈ່າ ຕັ້ງຢູ່ຫ່າງຈາກເມືອງນ້ຳບາກ 36 ກິໂລແມັດ, ປັດຈຸບັນທົ່ວກຸ່ມປະກອບມີ 2 ຊົນເຜົ່າຄື: ເຜົ່າມົ້ງ ແລະ ກຶມມຸ ມີ 7 ບ້ານ 684 ຄອບຄົວ, ພົນລະເມືອງ 4,527 ຄົນ (ຍິງ 2.250 ຄົນ) ໃນນັ້ນ ເຜົ່າມົ້ງ ກວມເອົາ 70%, ມີສຸກສາລາ 1 ແຫ່ງ, ໂຮງຮຽນມັດທະຍົມຕອນຕົ້ນ 1 ແຫ່ງ, ປະຖົມ 7 ແຫ່ງ, ທົ່ວກຸ່ມມີເສັ້ນທາງເຂົ້າເຖິງ. ອາຊີບສ່ວນໃຫຍ່ຂອງປະຊາຊົນແມ່ນຍືດຖືເອົາການປູກຝັງ ແລະ ລ້ຽງສັດໃຫຍ່
ໂອກາດນີ້ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ມີຄຳເຫັນໂອ້ລົມຕໍ່ການນຳຂອງເມືອງ ແລະ ປະຊາຊົນພາຍໃນກຸ່ມຊົ່ງຈ່າ ໂດຍໄດ້ເນັ້ນໜັກອຳນາດການປົກຄອງເມືອງນ້ຳບາກ ເປັນເຈົ້າການສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ແນ່ໃສ່ເຮັດໃຫ້ປະຊາຊົນບັນດາເຜົ່າ ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ສືບຕໍ່ຊຸກຍູ້ສົ່ງເສີມການປູກ-ການລ້ຽງ ຂອງປະຊາຊາຊົນ ພາຍໃນກຸ່ມໃຫ້ຫຼາຍຂຶ້ນ, ເອົາໃຈໃສ່ແກ້ໄຂບັນຫາຢາເສບຕິດ, ບັນຫາການການສຶກສາ, ສາສະໜາ ແລະ ອື່ນໆຢ່າງເຂັ້ມງວດ. ພ້ອມນີ້ ຕ້ອງເປັນເຈົ້າການເຕົ້າໂຮມຄວາມສາມັກຄີ ຕິດພັນກັບການແກ້ໄຂ ແລະ ຊຸກຍູ້ສົ່ງເສີມຄອບຄົວທຸກຍາກ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ເວລາຕໍ່ມາປະທານສະພາກໍໄດ້ໄປຢ້ຽມຢາມເຮືອນເຕົາອົບຊາຂອງປະຊາຊົນ ແລະ ສຸກສາລາບ້ານຊົ່ງຈ່າ ໃນນີ້ທ່ານນາງ ປານີ ຢ່າທໍ່ຕູ້ ກໍໄດ້ເນັ້ນໃຫ້ເອົາໃຈໃສ່ສຸຂະພາບຂອງປະຊາຊົນເປັນຫຼັກ ພ້ອມທັງປັບປຸງອຸປະກອນການແພດ ແລະ ສະຖານທີ່ໃຫ້ສະອາດຢູ່ສະເໝີ.
Editor: ກຳປານາດ ລັດຖະເຮົ້າ